ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມປ່ຽນແປງໃໝ່ລັດວິສາຫະກິດ

(VOVWORLD) -ຕອນເຊົ້າວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ, ດ້ວຍຈຸດສຸມແມ່ນບັນດາກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ຂອງລັດ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມປ່ຽນແປງໃໝ່ລັດວິສາຫະກິດ - ảnh 1(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມປ່ຽນແປງໃໝ່ລັດວິສາຫະກິດ)

ພ້ອມກັນເຂົ້າຮ່ວມກອງປະຊຸມຍັງມີທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້, ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ແລະ ຜູ້ແທນກວ່າ 350 ຄົນເຊິ່ງແມ່ນການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບາງທ້ອງຖິ່ນ ແລະ ກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງລັດ, ບັນດາອົງການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ມີໝາກຜົນຕັ້ງໜ້າຫຼາຍຢ່າງກ່ຽວກັບວິວັດທະນາການປ່ຽນແປງໃໝ່, ຫັນລັດວິສາຫະກິດເປັນຫຸ້ນສ່ວນ ເມື່ອມູນຄ່າການປະຕິບັດໄລຍະ 2016 – 2018 ເພີ່ມຂຶ້ນທົບ 2,5 ເທົ່າ ເມື່ອທຽບໃສ່ການປະຕິບັດໄລຍະ 2011 – 2015, ປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດສືບຕໍ່ເພີ່ມຂຶ້ນ… ໃນ 8 ເດືອນຕົ້ນປີ 2018, ລາຍຮັບຜົນກຳໄລຂອງບັນດາລັດວິສາຫະກິດລ້ວນແຕ່ບັນລຸກວ່າ 70% ແຜນການທັງປີ.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາຜູ້ແທນຕີລາຄາຄືນວຽກງານປ່ຽນແປງໃໝ່, ພັດທະນາລັດວິສາຫະກິດ ໃນໄລຍະຜ່ານມາ, ພິເສດແມ່ນໃນໄລຍະແຕ່ປີ 2016 – 2018, ເຮັດແຈ້ງບັນດາຂໍ້ຂາດຕົກບົກຜ່ອງ, ຄົງຄ້າງ, ຈຳກັດ, ນັບທັງດ້ານລະບອບລະບຽບການ, ການຈັດຕັ້ງປະຕິບັດການປ່ຽນແປງໃໝ່ລັດວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ