ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບກະຊວງແຜນການແລະ ການລົງທຶນ

(VOVWORLD) -ຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳກະຊວງແຜນການ ແລະ ການລົງທຶນຫວຽດນາມ ກ່ຽວກັບການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ.

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບກະຊວງແຜນການແລະ ການລົງທຶນ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຮັດວຽກກັບກະຊວງແຜນການແລະການລົງທຶນ

(ພາບ: chinhphu.vn)

ກ່ອນນີ້ 3 ປີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງ ຈົ່ງປະຕິຮູບ, ປ່ຽນແປງໃໝ່, ຕ້ອງແມ່ນອົງການມີວິໄສທັດຍຸດທະສາດ… ພາຍຫຼັງໄລຍະ 3 ປີແຫ່ງການປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເລຈິ໊ຢຸງ ໃຫ້ຮູ້ວ່າ, ກະຊວງໄດ້ກຳນົດໜ້າທີ່ຈຸດສຸມໃນອາຍຸການນີ້ແມ່ນສ້າງຍຸດທະສາດ, ການວາງແຜນກຳນົດ, ແຜນການ, ກົນໄກ, ນະໂຍບາຍ, ສ້າງລະບອບລະບຽບການ, ກົດໝາຍໃນຂົງເຂດການລົງທຶນ. ໃນນັ້ນມີກົດໝາຍວ່າດ້ວຍການວາງແຜນຜັງເມືອງ, ກົດໝາຍວ່າດ້ວຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ… ພົ້ນເດັ່ນແມ່ນຫຼຸດຜ່ອນເງື່ອນໄຂດຳເນີນທຸລະກິດ 50%, ຫຼຸດຜ່ອນບັນດາລະບຽບການກວດກາຂະແໜງສະເພາະສິນຄ້າຂາອອກລົງ 50%, ຊຸກຍູ້ທ່າອ່ຽງຫັນລະບຽບການເປັນງ່າຍດ່າຍ… ກະຊວງໄດ້ໃຫ້ຄຳປຶກສາໃນການສ້າງບັນດາແຜນການເຕີບໂຕຂອງເສດຖະກິດ, ຮັບໃຊ້ວຽກງານບໍລິຫານຂອງລັດຖະບານ ເພື່ອແນໃສ່ຢຶດໝັ້ນເປົ້າໝາຍເຕີບໂຕທີ່ໄດ້ວາງອອກ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ລັດຖະບານພວມສ້າງລັດຖະບານບໍລິສຸດຜຸດຜ່ອງ, ເຄື່ອນໄຫວ,ຮັບໃຊ້ປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນ. ກະຊວງແຜນການ ແລະ ການລົງທຶນ ແມ່ນອົງການເສນາທິການກ່ຽວກັບດ້ານເສດຖະກິດ ແລະ ສັງຄົມ. ດັ່ງນັ້ນ, ທາງກະຊວງຄວນເປັນເສນາທິການ ແລະ ຍື່ນສະເໜີຕໍ່ລັດຖະບານປະກາດໃຊ້ມະຕິກ່ຽວກັບໂຄງການເຄື່ອນໄຫວຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ, ປະກອບສ່ວນຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງໃຫ້ແກ່ວິສາຫະກິດ. ໄປຄຽງຄູ່ກັນນັ້ນ, ແມ່ນເຮັດສໍາເລັດບົດລາຍງານກວດກາ, ຕີລາຄາຄຸນນະພາບຂອງບັນດາແຫຼ່ງກໍາລັງຂອງພື້ນຖານເສດຖະກິດ ຕາມບົດສະຫຼຸບຂອງ ກົມການເມືອງ. 

ຕອບກັບ

ຂ່າວ/ບົດ​ອື່ນ