ນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ແດນມາກ

(VOVWORLD) -ທ່ານນາຍົກລັດຖະມົນຕີ Lars Lokke Rasmussen ຖືເປັນກຽດຮຽນເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ “ເວທີປາໄສຮ່ວມມືຂັ້ນສູງ ເພື່ອເປົ້າໝາຍຂຽວທົ່ວໂລກ ໃນປີ 2030” ຄັ້ງທຳອິດ ໂດຍແດນມາກ ຈະຈັດຕັ້ງໃນເດືອນຕຸລາຈະມາເຖິງ.

ນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ແດນມາກ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີແດນມາກ Lars Lokke Rasmussen

(ພາບ:VOV)

ວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີແດນມາກ Lars Lokke Rasmussen. ນາ ຍົກລັດຖະມົນຕີສອງທ່ານໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ແດນມາກ, ໃນນັ້ນມີການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ, ສິ່ງແວດລ້ອມ ແລະ ການເຕີບໂຕຂຽວ. ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ຈັດຕັ້ງບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 47 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1971-2018).  ກໍໃນການໂອ້ລົມ, ທ່ານນາຍົກລັດຖະມົນຕີ Lars Lokke Rasmussen ຖືເປັນກຽດຮຽນເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ “ເວທີປາໄສຮ່ວມມືຂັ້ນສູງ ເພື່ອເປົ້າໝາຍຂຽວທົ່ວໂລກ ໃນປີ 2030” ຄັ້ງທຳອິດ ໂດຍແດນມາກ ຈະຈັດຕັ້ງໃນເດືອນຕຸລາຈະມາເຖິງ. ສະໜັບສະໜູນຂໍ້ລິເລີ່ມຂອງແດນມາກ ກ່ຽວກັບການຈັດຕັ້ງເຫດການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ເວທີປາໄສດັ່ງກ່າວຈະວາງອອກການກຳນົດທິດໃຫຍ່, ບັນດາການເຄື່ອນໄຫວລະອຽດ ເພື່ອແນໃສ່ຊຸກຍູ້ການເຕີບໂຕຂຽວ ແລະ ຍືນຍົງໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ