ນາຍົກລັດຖະມົນຕີຫງວຽນເຕີນຢຸງກົດປຸ່ມເລີ່ມລົງມືກໍ່ສ້າງບັນດາໂຄງການອາຍແກັດຢູ່ແຂວງເກີນເທີ

ນາຍົກລັດຖະມົນຕີຫງວຽນເຕີນຢຸງກົດປຸ່ມເລີ່ມລົງມືກໍ່ສ້າງບັນດາໂຄງການອາຍແກັດຢູ່ແຂວງເກີນເທີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢຸງ​
ກົດປຸ່ມ​ເລີ່ມ​​ລົງ​ມືກໍ່​ສ້າງ​ບັ​ນ​ດາ​ໂຄງ​ການອາຍ​ແກັດ ຢູ່​ແຂວງ​ເກີນ​ເທີ
(ພາບ: TTXVN)


(vovworld) - ວັນ​ທີ 03/04, ຢູ່​ເມືອງ​ອານ​ບຽນ, ແຂວງ​ກຽນ​ຢາງ, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ບັນ​ດາ​ໂຄງ​ການອາຍ​ແກັດໂລ​ບີ - ໂອ​ມົນ​. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ໄດ້​ເຂົ້າ​ຮ່ວມ ແລະ ກົດ​ປຸ່ມ​ເລີ່ມ​ລົງ​ມືກໍ່​ສ້າງ​ບັນ​ດາ​ໂຄງ​ການນີ້. ນ​ີ້​ແມ່ນ​ໂຄງ​ການກໍ່​ສ້າງ​ຈຸດ​ສຸມ​ແຫ່ງ​ຊາດ, ເພື່ອ​ແນ​ໃສ່ຂຸດ​ຄົ້ນ ແລະ ​ເຕົ້າໂຮມ​​ແຫ່ຼງອາຍ​ແກັດ ໂລບ​ີ ເພື່ອ​ສະ​ໜອງ​ອາຍ​ແກັດ​ໃຫ້​ບັນ​ດາ​ໂຮງ​ງານ​ຜ​ະ​ລິດ​ໄຟ​ຟ້າ​ເຂດ ກຽນ​ຢາງ ແລະ ໂອ​ມົນ, ນະ​ຄອນ​ເກີນ​ເທີ, ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ​ໃນ​ເຂດ​ພາກ​ໃຕ້ ໃນ​ໄລ​ຍະ​ຫຼັງ​ປີ 2020. ​ຄາດ​ວ່າ, ໂຄງ​ການນີ້ຈະ​ເລີ່​ມ​ນຳ​ເຂົ້າ​ໃຊ້​ການ​ໃນ​ກາງ​ປີ 2020 ຈະ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂ​ົ້າ​ໃນ​ຄວາມ​​ຮັບ​ປະ​ກັນ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ ແລະ ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ແຂວງ​ທິດ​ຕາ​ເວັ​ນ​ຕົກ​ພາກ​ໃຕ້​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ