ນາຍົກລັດຖະມົນຕີຫງວຽນເຕິນຢຸງຕ້ອນຮັບເຈົ້າແຂວງແຂວງຢູນໜາມປະເທດຈີນ

ນາຍົກລັດຖະມົນຕີຫງວຽນເຕິນຢຸງຕ້ອນຮັບເຈົ້າແຂວງແຂວງຢູນໜາມປະເທດຈີນ - ảnh 1
ທ່ານນາຍົກລັດຖະມົນຕີ  ຫງວຽນ​ເຕິ​ນຢຸງ ​​ຕ້ອນຮັບ​
ທ່ານ​ເຈົ້າ​ແຂວງ​ແຂວງ ຢູນໜາມ,  ​ເຈິ໋ນຮ່າວ


(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 11/5, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເຈົ້າ​ແຂວງ​ແຂວງ ຢູນໜາມ, ປະ​ທດ ຈີນ ​ເຈິ໋ນຮ່າວ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽ​ດນາມ,​ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ: ຍາມ​ໃດພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ກໍຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຈີນ ​ແລະ ປາດ​ຖະໜາ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມສາມາດ​ຂອງ​ຕົນ​ພ້ອມ​ກັບ​ ຈີນ ສືບ​ຕໍ່​ນຳ​ການ​ພົວພັນ 2 ປະ​ເທດ​ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ ​ແລະ ​ເພື່ອ​ການ​ພັດທະນາ​ລວມຂອງ​ທັງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຖື​ວ່າ​: ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ 2 ປະ​ເທດ ກໍ​ຄື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽ​ດນາມ ກັບ ​ແຂວງ ຢູນໜາມ, ການ​ນຳບັນດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມຄວນ​ພົບ​ປະ, ​ແລກປ່ຽນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເປັນ​ປະຈຳ ກໍ​ຄື​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ອົກ​ເຂົ້າໃຈ ​ເຊິ່ງກັນ ​ແລະ ກັນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ສະ​ເໜີ ຫວຽດນາມ-​ຈີນ ​ເວົ້າ​ລວມ ​ແລະ ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ, ​ໃນ​ນັ້ນ​ມີ​ແຂວງ ລາວ​ກາຍ ​ແລະ ​ແຂວງ ຢູນໜາມ ​ເວົ້າ​ສະ​ເພາະ ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ. ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ວິວັດ​ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ລະຫວ່າງ​​ເສັ້ນຊາຍ​ແດນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ສະ​ເໜີ 2 ຝ່າຍ​ຄວນຮ່ວມ​ມື​ຢ່າງ​ຈິງ​ໃຈ, ​ເຈດ​ຕະນາ​ດີ ​ເພື່ອ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​​ເສັ້ນ​ຊາຍ​ແດນ, ພ້ອມ​ກັນ​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນຂໍ້​ສະ​ເໜີຂອງ​ແຂວງ ຢູນໜາມ ກ່ຽວ​ກັບ​ເລື່ອງ​ເປີດ​ສາຍ​ການບິນ​ເຖິງ ຫວຽດນາມ ​ແລະ ສະໜັບ​
ສະ​ໜູນແຂວງ ຢູນໜາມ ແລະ ​ແຂວງ ລາວ​ກາຍ ກໍ່ສ້າງ​​ເຂດຮ່ວມ​ມື​ເສດຖະກິດ​ຂ້າມ​ເສັ້ນ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ