ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດMichael Froman,ຜູ້ຕາງໜ້າດ້ານການຄ້າອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດMichael Froman,ຜູ້ຕາງໜ້າດ້ານການຄ້າອາເມລິກາ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ ແລະ ທ່ານ Michael Froman,ຜູ້ຕາງໜ້າດ້ານການຄ້າອາເມລິກາ
(ພາບ: VGP/Nhật Bắc)

(vovworld) - ​​​ທີ່​ການ​ຕ້ອນ​ຮັບ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Michael Froman, ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າ ​ອາ​ເມ​ລິ​ກາ ໃນ​ຕອນ​ບ່າຍ​ວັນ​ທີ 22/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ຂອງ​ຄະ​ນະ​ກັບ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ ຫວຽດ​ນາມ​ ແລະ ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ. ກ່ຽວ​ກັບ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຖື​ວ່າ: ດ້ວຍ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ສ້າງ​ສັນ, ມີເຈດ​ຕະ​ນາ​ດີ ແລະ ​ໃຫ້​ການຮ່ວມ​ມື, ວິ​ວັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ​​ໄດ້ມີ​ບັນ​ດາ​ບາດ​ກ້າວ​ຍາວ​ນານ, ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ: ດ້ວຍ​ເຈ​ຕະ​ນາ​ດີ​ຈາກ​ທັງ 2 ຝ່າຍ, 2 ​ປະ​ເທດຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​​ກັນສິ້ນ​ສຸດ​ການ​ເຈ​ລະ​ຈາ​ໂດຍ​ໄວ.

        ສ່ວນ​ທ່ານ Michael Froman, ໃຫ້​ຮູ້​ວ່າ: ຝ່າຍ ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ມີ​ທັດ​ສະ​ນະ​ຢ່າງ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍໃນ​ການ​​ສ້າງ​ຄວາມ​ດຸນ​ດ່ຽງ​ດ້ານ​ຜົນ​ປ​ະ​ໂຫຍດ, ຍອມຮັບ​​ບາງກໍ​ລະ​ນີ​ສະ​ເພາະ ແລະ ຮັບ​ຮູ້​ໄລ​ຍະ​ຫັນ​ປ່ຽນ​ເພື່ອ​ໃຫ້ ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​​ໝາຍ​ຂອງ​ສັນ​ຍາ​ດັ່ງ​ກ່າວ. ຝ່າຍ ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​​ຈະໜູນ​ຊ່ວຍ​ໃນ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ຕິ​ບັດ ແລະ ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ໃຫ້​ແກ່ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ສັນ​ຍາ. ສະ​ແດງ​ຄວາມ​ແບ່ງ​ປັນ, ສະ​ໜັບ​ສະ​ໜູນ​ວິ​ໄສ​ທັດ ແລະ ເຊື່ອ​​ໝັ້ນ​ຕໍ່​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ, ທ່ານ Michael Froman ເຊື່ອ​ໝັ້ນ​ວ່າ: 2 ຝ່າຍ​ຈະ​ສິ້ນ​ສຸດ​ການ​ເຈ​ລະ​ຈາ TPP ໂດຍ​ໄວ.

        ​ແລະກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ທ່ານ ເວືອງ​ດິ່ງ​ເຫ​້ວ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Michael Froman. ນະ​ທີ່ນີ້, ເມື່ອ​ເຕື້ອງ​ເຖິງ​ໂຄງ​ກາ​ນ​​ເຄື່ອນ​ໄຫວເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸ​ດ​ທະ​ສາດ​ຂ້າມ ປາ​ຊີ​ຟິກ (TPP), ທ່ານ​ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ເວືອງ​ດິ່ງ​ເຫ້ວ ຖື​ວ່າ: ຫວຽດ​ນາມ ແລະ ບັນ​ດາ​​ປະ​ເທດສະ​ມາ​ຊິກ​ຊົມ​ເຊີຍ​ຮ່າງ​ກົດ​ໝາຍ “ສິດ​ຊຸກ​ຍູ້​ການ​ຄ້າ” (TPA) ພວ​ມ​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື​ທີ່​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ ອາ​ເມ​ລ​ິ​ກາ, ​ທ່ານຫວັງ​ວ່າ​ຮ່າງ​ກົດ​ໝາຍ TPA ຈະ​ໄດ້​​ຮັບ​ການຮັບ​ຮອງ​​ມອບ​ສິດ​ເຈ​ລະ​ຈາ​ໄວ​ໃຫ້​ແກ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໂດຍ​ໄວ.

        ຜູ້​ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ, ທ່ານ Michael Froman ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ ແລະ ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ TPP ​ໃນ​ເວ​ລາ​ຜ່ານ​ມາ ແລະ ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ ອາ​ເມ​ລິ​ກາ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຊຸກ​ຍູ້​​ວຽກ​ງານເພື່ອ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ໃນ​ປີ 2015 ໂດຍ​ໄວ.


ຂ່າວ/ບົດ​ອື່ນ