ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ - ảnh 1

ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູ້ງຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ​ໂຮ່ຈີ​ມິນ​

(ພາບ: VGP/Nhật Bắc)

(vovworld) – ​ເນື່ອງ​ໃນ​​ໂອກາດ 45 ປີ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ ​ເຖິງ​ແກ່​ມໍລະນະ​ກຳ (2/9/1969 – 2/9/2014), ກໍ່​ແມ່ນ 45 ປີ​ແຫ່ງ​ວັນ​ປະຕິບັດ​ພິ​ໄນ​ກຳ​ຂອງ​ເພິ່ນ, ຕ​ອນ​ເຊົ້າ​ວັນ​ທີ 16/8, ທ່າ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ຢູ່​ເຮືອນ​ເລກທີ 67, ຂຶ້ນ​ກັບ​ເຂດ​ປູຊະນີຍະສະຖານ​ປະທານ ​ໂຮ່ຈີ​ມິນ, ​ໃນ​ບໍລິ​ເວນ​ສຳນັກງານ​ປະທານ​ປະ​ເທດ.

    ພາຍຫຼັງ​ພິທີ​ຖະຫວາຍ​ທູບ​ທຽນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ຢື້ຢາມ​ຖາມ​ຂ່າວ​ພະນັກງານ, ພາລະ​ກອນ​ເຂດ​ປູຊະນີຍະສະຖານ​ປະທານ ​ໂຮ່ຈີ​ມິນ. ທ່ານ​ນາຍົກລັດຖະມົນຕີ ຫວັງ​ວ່າ ພະນັກງານ, ພາລະ​ກອນ​ເຂດ​ປູຊະນີຍະສະຖານ​ສືບ​ຕໍ່​ມານ​ະພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ການ​ຮັກສາ, ປົກປັກ​ຮັກສາ​ບັນດາ​ວັດຖຸ​ພັນ​ທີ່​ຕິດ​ພັນ​ກັບ​ຊີວິດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ປະທານ ​ໂຮ່ຈີ​ມິນ ​ໄວ້​ໃຫ້​ລຸ້ນຫຼັງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ປາດ​ຖະໜາ​ວ່າ: ພະນັກງານ, ພາລະ​ກອນ​ເຂດ​ປູຊະນີຍະ​ສະຖານ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ແນະນຳ​​ເຖິງ​ປະຊາຊົນ​ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ມິດ, ​ແຂກ​ທ່ອງ​ທ່ຽວ​ສາກົນ​ກ່ຽວ​ກັບຊີວິດ ​ແລະ ພາລະກິດ​ຂອງ​ປະທານ ​ໂຮ່ຈີ​ມິນ.



ຂ່າວ/ບົດ​ອື່ນ