ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ປະຕິບັດທຸກໆມາດຕະການຈຳເປັນເພື່ອສະກັດກັ້ນໂລກລະບາດຍ້ອນໄວຣັດEbolaກໍ່ຂຶ້ນ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ປະຕິບັດທຸກໆມາດຕະການຈຳເປັນເພື່ອສະກັດກັ້ນໂລກລະບາດຍ້ອນໄວຣັດEbolaກໍ່ຂຶ້ນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ທີ່​ກອງ​ປະຊຸມ​ດ່ວນ

(vovworld) – ຕອນ​ເຊົ້າ​ວັນ​ທີ 9/8, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ​ເພື່ອ​ຮັບ​ຟັງ​ລາຍ​ງານ, ຊີ້​ນຳ​ບັນດາ​ມາດ​ຕະການ​ສະກັດ​ກັ້ນ​ໂລກລະບາດ​ຍ້ອນ​ໄວຣັດ Ebola ກໍ່​ຂຶ້ນ. ພະຍາດ​ Ebola ​ແມ່​ນພະຍາດ​ຕິດ​ແປດຮຸນ​ແຮງ​, ​ເປັນອັນຕະລາຍ, ມີ​ການ​ຕິດ​ແປດ​ຢ່າງ​ກ້ວາງ​ຂວາງ, ອັດຕາ​ຄົນ​ຕາຍ​ສູງ. ອົງການ​ອະນາ​ໄມ​ໂລກ​ໄດ້​ປະກາດສະພາວະ​ສຸກ​ເສີນ​ກ່ຽວ​ກັບ​ລະດັບ​ໜັກໜ່ວງ, ການ​ຕິດ​ແປດ​ຂອງ​ໂລກລະບາດ​ຢູ່​ບັນດາ​ປະ​ເທດ​ໃນ​ໂລກ..​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ຕໍ່ໜ້າ​ສະພາບ​ການ​ສັບສົນ​ຂອງ​ໂລກລະບາດ ​ແລະ ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີວິດ​ອີນຊີ​ໃຫ້​ແກ່​ປະຊາຊົນ, ຂະ​ແໜງ​ສາທາລະນະ​ສຸກ, ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​ທ້ອງ​ຖີ່​ນຕ້ອງ​ມານະ​ພະຍາຍາມ​ຢ່າງ​ສູງ​ສຸດ, ​ເປັນ​ເຈົ້າ​ການ, ຮີບ​ດ່ວນ, ປະຕິບັດ​ທຸກໆ​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ສະກັດ​ກັ້ນ​ການ​ຕິດ​ແປດ​ຂອງ​ໂລກລະບາດ, ດ້ວຍຈຸດໝາຍ​ສູ​ງສຸດ​ແມ່ນ​ບໍ່​ປະ​ໃຫ້​ໂລກລະບາດ​ຍ້ອນໄວຣັດ Ebola ​ແຊກ​ຊຶມ​ເຂົ້າ ຫວຽດນາມ. ຕ້ອງ​ກຽມພ້ອມ, ​ເປັນ​ເຈົ້າ​ການ​ສ້າ​ງບັນດາ​ວິທີ​ການ, ​ແຜນການ​ເພື່ອ​ແນ​ໃສ່​ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຖ້າ​ຫາກ​ໂລກລະບາດ​ເກີດ​ຂຶ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ນຳ​ກະຊວງ ສາທາລະນະ​ສຸກ ສົມທົບ​ຢ່າງ​ແໜ້ນ​​ແຟ້ນກັບ​ອົງການ​ອະນາ​ໄມ​ໂລກ​ເພື່ອ​ກຳ​ແໜ້ນ​ສະພາບ​ການ​ໂລກລະບາດ, ປະກາດ​ການ​ຜັນ​​ແປ​, ຄວາມ​ອັນຕະລາຍ​ຂອງ​ໂລກລະບາດ​ເຖິງ​ທົ່ວ​ປວງຊົນ​ໄດ້​ຮັບ​ຊາບຢ່າງ​ທັນ​ການ, ພ້ອມ​ທັງ​ແນະນຳ​ການ​ປະຕິ​ບັດບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ໂລກລະບາດ​​ເຖິງ​ປະຊາຊົນ, ປະຊາຊົນ​ແຕ່ລະຄົນ​ຕ້ອງ​ມີ​ສະຕິປ້ອງກັນ​ຕົນ​ເອງ​ຕໍ່ໜ້າ​ໂລກລະບາດ, ​ເຂົ້າ​ໃຈ​ກ່ຽວ​ກັບ​ໂລກລະ​ບາດ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະກັດ​ກັ້ນ.



ຂ່າວ/ບົດ​ອື່ນ