ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບ​ປະ​ກັບ​ບັນ​ດາ​ການ​ນຳ​ສະ​ມາ​ຊິກ​ພັນ​ທະ​ມິດ​ເສດ​ຖະ​ກິດ​ອາ​ຊີເອີ​ລົບ

ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບ​ປະ​ກັບ​ບັນ​ດາ​ການ​ນຳ​ສະ​ມາ​ຊິກ​ພັນ​ທະ​ມິດ​ເສດ​ຖະ​ກິດ​ອາ​ຊີເອີ​ລົບ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງເດີນທາງຮອດກາຢັກສະຖານ
(ພາບ: VGP)


​(vovworld) - ພາຍຫຼັງ​ການ​ເຈລະຈາ​ 8 ຄັ້ງຢ່າ​ງ​ເປັນ​ທາງການ ​ແລະ ບັນດາ​ກອງ​ປະຊຸມ​ກາງ​ສະ​​ໄໝ, ຕອນ​ບ່າຍ​ວັນ​ທີ 29/05, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ດ້ວຍ​ນາຍົກລັດຖະມົນຕີບັນດາປະ​ເທດ: ລັດ​ເຊຍ, ​ເບ​ລາຣຸດ, ກາ​ຢັກ​ສະຖານ, ກຽກ​ກີ​ສະ​ຖານ ​ແລະ ອາກ​ເມ​ນິ​ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ກັບພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ ​ເປັນ​ທາງ​ການ. ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດທີ່​ລົງ​ນາມ​ກັບ​ພັນທະ​ມິດ ມີ​ຍອດ GDP ຂຶ້ນ​ເຖິງ 4.500 ຕື້ USD ​ແລະ ຕະຫຼາ​ດທີ່​ກວ້າງ​ໃຫຍ່​ມີ​ພົນລະ​ເມືອງ​ຂຶ້ນ​ເຖິງ 170 ລ້ານ​ຄົນ. ສັນຍາ​ດັ່ງ​ກ່າວ​ນີ້ຈະ​ສ້າງ​ຂອບ​ເຂດ​ນິຕິ​ກຳ​ທີ່​ໂປ່ງ​​ໃສ ​ແລະ ມີສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ສະຫະພັນ.

ຢູ່ນອກ​ພິ​ທີ​ເຊັນສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ຫວຽດ​ນາມ ແລະ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ຢູ່ ກາ​ຢັກ​ສະ​ຖານ, ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບ​ລາ​ຣຸດ Andrey Kobyakov. ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຍາມ​ໃດ​ຫວຽດ​ນາມ​ກໍ​ຖື​ເປັນ​ສຳ​ຄັນ ແລະ ມີ​ແຜນ​ນະ​ໂຍ​ບາຍ​ເພ​ີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ໃນ​ນັ້ນ ມີ​ເບ​ລາ​ຣຸດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Andrey Kobyakov ເນັ້ນ​ຫນັກ: ເລື່ອງ​ສອງ​ຝ່າຍ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະ​ຈຳ ກໍ​ຄື​ພົບ​ປະ​ຢູ່ນອກ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ນັ້ນ​ແມ່ນ​ກຳ​ລັງ​ຫນູນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ແຮງ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ​ການ​ປະ​ສານ​ສົມ​ທົບ​ການ​ເຄື່ອ​ນ​ໄຫວ​ຢ່າງ​ທັນ​ການ.

ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານ ສະ​ຫນັບ​ສະ​ຫນູນ​ເລື່ອງ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ ແລະ ຄ​ວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງທ່ານ ໄດ້​ແລກ​ປ່ຽນ ແລະ ເປັນ​ເອ​ກະ​ພາບ​ທິດ​ທາງ​ໃຫຍ່​ຈຳ​ນວນ​ຫນຶ່ງ ເພື​່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເປັນ​ຕົ້ນ​ໃນ​ສະ​ພາບ​ການ​ທີ່​ສັນ​ຍາ​ການ​ຄ້າ​ເສ​ລີ​ໃກ້​ຈະ​ມີ​ຜົນ​ສັກ​ສິດ.

ຕອນ​ບ່າຍ​ວັນ​ທີ 29/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ເມ​ນີ​ອາ Hovik Abrahamyan. ນະ​ທີ່ນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ສະ​ເຫນີ​ສອງ​ຝ່າຍ ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ ແລະ ວິ​ທະ​ຍາ​ສາດ​ເຕັກ​ນິກ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສອງ​ປະ​ເທດ​ຄວນ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແທດ​ຈິງ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.  ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໃຫ້​ຕ້ອນ​ຮັບ​ປະ​ທານ​ຄະ​ນະ​ປະ​ຈຳ​ພັ​ນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ທ່ານ Khristenko ແລະ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Medvedev. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Medvedev ຖື​ວ່າ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທຳ​ອິດ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ພັນ​ທະ​ມິດ ແມ່ນຢັ້ງ​ຢືນ​ໃຫ້​ເຫັນ​ບົດ​ບາດ ແລະ ທີ່​ຕັ້ງ​ຂອງ​ຫວຽດ​ນາມ ຢູ່ ພາກ​ພື້ນ ແລະ ໃນ​ໂລກ. ນອກນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ກໍ​ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ກາ​ຢັກ​ສະ​ຖານ Nazarbayev. ການ​ນຳ​ສອງ​ທ່ານ​ສະ​ແດງ​ຄວາມ​ປ​ິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ຖື​ວ່າ ການ​ພົວ​ພັນ​ດ້ານ​ການ​ເມືອງ, ການ​ທູດ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ​່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ ການ​ຄ​້າ ການ​ລົງ​ທຶນ.

ຂ່າວ/ບົດ​ອື່ນ