ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຢ້ຽມຢາມເມືອງຊາໄທ,ແຂວງກອນຕຸມ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຢ້ຽມຢາມເມືອງຊາໄທ,ແຂວງກອນຕຸມ - ảnh 1
ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູ້ງຢ້ຽມຢາມ​ເມືອງ​ຊາ​ໄທ,​ແຂວງ​ກອນ​ຕຸ​ມ
(ພາບ: VGP/Nhật Bắc)

(vovworld) –  ກ່າວ​ຄຳ​ເຫັນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/1, ​ເມື່ອ​ຢ້ຽມຢາມ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ບັນດາ​​ເຜົ່າ​ເມືອງ ຊາ​ໄທ, ​ແຂວງ ກອນ​ຕຸ​ມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຫວັງ​ວ່າ ຄະນະ​ພັກ, ອຳນາດ​ການ​ປົກ​ຄອງ, ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ​ທ້ອງ​ຖີ່​ນສຸ້ຊົນ​ກ່ວາ​ອີກໃນ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ວັດທະນະທຳ, ສາທາລະນະ​ສຸກ, ການ​ສຶກສາ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ພໍ່​ແມ່​ປະຊາຊົນ​ໃນ​​ເຂດ, ກໍ່​ຄື​ປັບປຸງ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ເຂດຊາຍ​ແດນ​ສັນຕິພາບ, ການ​ຮ່ວມ​ມື, ມິດຕະພາບ​ກັບ ກຳປູ​ເຈຍ ຢ່າງ​ບໍ່​ຢຸດ​ຢັ້ງ.

        ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້​ເມືອງ ຊາ​ໄທ ກໍ່​ຄື​ແຂວງ ກອນ​ຕຸ​ມ ສຸ​ມ​ໃສ່​ປະຕິບັດ​ວຽກ​ງານ​ວາງ​ແຜນກ​ຳນົດ, ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ, ຈັດ​ແບ່ງ​​ເຂດ​ຊຸ​ມຊົນຄືນ​ໃໝ່, ຈັດ​ແບ່ງ​ດິນ​ປຸກ​ສ້າງ​ເຮື​ອນຢູ່ ​ແລະ ດິນ​ຜະລິດ​ໃຫ້​ປະຊາຊົນ​ຊົນ​ເຜົ່າ, ຮັບປະກັນ​ຄຳ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ແບບ​ຍືນ​ຍົງ, ມີ​ປະສິດທິ​ຜົນ, ກໍ່​ຄື​ຮັບປະກັນ​ໜ້າ​ທີ່​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຢ່າງ​ດີ, ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ປົກ​ປັກ​ຮັກສາ​ປ່າ​ໃນ​ເຂດ.

        ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2014, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ພໍ່​ແມ່​ປະຊາຊົນ​ຕາ​ແສງ ​ໂມຣາຍ, ບັນດາ​ກົມ​ກອງ​ໃນກຳລັງ​ປະກອບ​ອາວຸດ ​ແລະ ວິ​ສາ​ຫະກິດ​​ໃນ​ບໍລິ​ເວນ​ຕາ​ແສງ.

 

 

 


ຂ່າວ/ບົດ​ອື່ນ