ນາຍົກລັດຖະມົນຕີຫງວຽນເຕີນຢູ້ງລາຍງານກ່ຽວກັບໝາກຜົນກອງປະຊຸມສະໄໝສາມັນເທື່ອທີ9,ສະພາແຫ່ງຊາດຊຸດທີ13

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງລາຍງານກ່ຽວກັບໝາກຜົນກອງປະຊຸມສະໄໝສາມັນເທື່ອທີ9,ສະພາແຫ່ງຊາດຊຸດທີ13 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​
ຕັ້ງ​ເມືອງ ຖູຍງວຽນ
(ພາບ: VGP/Nhật Bắc)

(vovworld) – ​​ ​​​ຕອນ​ເຊົ້າ​ວັນ​ທີ 6/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ຫາຍ​ຟ່ອງ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຖູຍງວຽນ, ນະ​ຄອນ ຫາຍ​ຟ່ອງ ເພື່ອ​ແນ​ໃສ່​ລາຍ​ງານ​ບັນ​ດາ​ໝາ​ກ​ຜົນ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັ​ນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຜ່ານ​ມາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕ​ີນ​ຢູ້ງ ໄດ້​ຊີ້​ແຈ້ງ 3 ໝວດ​ໜ້າ​ທີ່​ໃຫຍ່​ຂອງ ລັດ​ຖະ​ບານ​ຈະ​ສຸມ​ໃສ່​ຊີ້​ນຳ​ປະ​ຕິ​ບັດ​​ກ່ອນ​ອື່ນ​ໝົດ​ແມ່ນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ​ກ່​ວາ, ສືບ​ຕໍ່​ຮັກ​ສາ​ການ​ຮັບ​ປະ​ກັນ​ທາງ​ດ້ານ​ການ​ເມືອງ - ສັງ​ຄົມ, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ທ​ຸກ​ຂັ້ນ​ເປັນ​ຢ່າງ​ດີ ເພື່ອ​ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ຄຳ​ເຫັນ​ຂອງ​ຜູ້​ມີ​ສ​ິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະ​ວີ​ແຫຼ່ງ​ງົ​ບ​ປະ​ມານ​ໜູນ​ຊ່ວຍ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສົມ​ທົບ​ກັບ​ລະ​ດົມ​ແຫຼ່ງ​ກຳ​ລັງ​​ສັງ​ຄົມ ເພື່​ອ​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ, ສັງ​ຄົມ ແລະ ໜູນ​ຊ່ວຍ​ການ​ຜະ​ລິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຊາວ​ປະ​ມົງ​ອອກ​ໄກ​ຝັ່ງຫາ​ປາ​, ຍູ້​ແຮງ​ການ​ຜະ​ລິດ, ປະ​ກອບ​ສ່ວນ​ປົກ​ປັກ​ຮັ​ກ​ສາ​ອະ​ທິ​ປະ​ໄຕ​ປະ​ເທດ​ຊາດ.                           


ຂ່າວ/ບົດ​ອື່ນ