ນາຍົກລັດຖະມົນຕີຫງວຽນເຕິນຢຸງຮຽກຮ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານໃນຂົງເຂດຊັບພະຍາກອນແລະສິ່ງແວດລ້ອມ

ນາຍົກລັດຖະມົນຕີຫງວຽນເຕິນຢຸງຮຽກຮ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານໃນຂົງເຂດຊັບພະຍາກອນແລະສິ່ງແວດລ້ອມ - ảnh 1
(ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ້ງ ກ່າວຄຳເຫັນທີ່ການ
ເຮັດວຽກກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ)

(vovworld) – ​ ​ຕອນ​ເຊົ້າ​ວັນ​ທີ 26/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ,​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ ​ເປັນ​ປະທານ​​ໃນ​ການເຮັດ​ວຽກ​ກັບ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ພ້ອມ​ກັບ​ບາງ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ. ​ເນື້ອ​ໃນ​ຕົ້ນ​ຕໍ​ທີ່​ການ​ເຮັດ​ວຽກ​ແມ່ນ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ ແນ​ໃສ່​ແກ້​ໄຂ​ຂໍ້​ຕິດຂັດ ​ເພື່ອຫລຸດຜ່ອນ​ໄລຍະ​ເວລາ​ແກ້​ໄຂ​ລະບຽບ​ການ​ບໍລິຫານ​ທີ່​ກ່ຽວຂ້ອງ​ເຖິງ​ທີ່​ດິນ​ ຖືກຕ້ອງຕາມມະຕິ​ຂອງ​ລັດຖະບານ​ໃນ​ປີ 2016. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ເນັ້ນ​ໜັກ​ວ່າ: ການ​ປະຕິ​ຮູບ​ໃນ​ຂົ​ງ​ເຂດ​ທີ່​ດິນ, ສິ່ງ​ແວດ​ລ້ອມ, ຊັບພະຍາກອນ,​ ຊັບພະຍາກອນ​ໂລຫະ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ເປັນ​ຢ່າງ​ດີ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກຕາມ​ທິດ​ເປີດ​ເຜີຍ,​ ໂປ່ງໄສ, ສ້າງ​ທຸກ​ເງື່ອນ​ໄຂສະ​ດວກ​ທີ່​ສຸດ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ, ປະກອບສ່ວນ​ສຳຄັນ​ຕ້ານ​ປະກົດ​ການຫຍໍ້​ທໍ້, ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ສ້າງ​ຖັນ​ແຖວ​ພະນັກງານວິຊາ​ການ...

        ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິ​ນຢຸ້ງ ຮຽກຮ້ອງ​​ໃຫ້ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ປະສານ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ທ້ອງ​ຖິ່ນ​ສຸມ​ໃສ່​ກວດກາ,​ ປັບປຸງ​ລະບອບ, ກົນ​ໄກ, ນະ​ໂຍບາຍ​​ໃຫ້​ສຳ​ເລັດ. ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ບັນດາ​ທ້ອງ​ຖິ່ນ​​ເພີ່ມ​ທະວີ​ຊຸກ​ຍູ້ການກວດກາ,​ ຕິດຕາມ​ກວດກາການ​ປະຕິບັດ, ​ແກ້​ໄຂ​ລະບຽບ​ການ​ບໍລິຫານ​ຢູ່​ທຸກ​ຂັ້ນ.

ຂ່າວ/ບົດ​ອື່ນ