ນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງເຂົ້າຮ່ວມກອງປະຊຸມຂັ້ນສູງ ASEAN-EUບໍ່ເປັນທາງການ

ນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງເຂົ້າຮ່ວມກອງປະຊຸມຂັ້ນສູງ ASEAN-EUບໍ່ເປັນທາງການ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຂົ້າ​ຮ່ວມກອງ​ປະ​ຊຸມຂັ້ນສູງ ASEAN-EUບໍ່ເປັນທາງການ
(ພາບ: Thế giới Việt Nam)

(vovworld)​ ​- ​ ວັນ​ທີ 16/10 ຢູ່​ນະຄອນ​ມີ​ລານ​ ປະ​ເທດ​ອີ​ຕາ​ລີ, ​ໄດ້ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ສູງ ASEAN-EU ຢ່າງ​ບໍ່​ເປັນ​ທາງ​ການ. ນີ້​ແມ່ນ​ກອງ​ປະຊຸມ​ຂັ້ນ​ສູງ​ທຳ​ອິດ ລະຫວ່າງ ASEAN ​ແລະ EU ​ໂດຍ​ຫວຽດນາມ ​ແລະ EU ​ເປັນ​ປະທານຮ່ວມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ້ນຢຸ້ງ, ດ້ວຍ​ບົດບາດເປັນ​ປະ​ເທດ​ປະສານ​ງານການ​ພົວພັນ ASEAN-EU, ​ໄດ້​ເປັນ​​ປະທານ​ຮ່ວມ​ກັບ​ທ່ານ​ປະທານ​ສະພາ​​ເອີ​ລົບ Herman Van Rompuy ​ແລະ ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso.

        ທີ່​ກອງ​ປະຊຸມ​ຂັ້ນ​ສູງ, 2 ຝ່າຍ​ໄດ້ສຳ​ຫຼວດກວດກາ ​ແລະ ຕີ​ລາຄາ​ການ​ຮ່ວມ​ມື ລະຫວ່າງ ASEAN-EU, ພ້ອມ​ທັງ​​ວາງ​ອອກ​​ທິດທາງສຳຄັນ​ເພື່ອ​ຍົກ​ລະດັບ ​ແລະ ຊຸກຍູ້​ການ​ພົວພັນ​ເຈລະຈາ ລະຫວ່າງ ASEAN-EU. 2 ຝ່າຍ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໃນ​ພາກ​ພື້ນ ​ແລະ ​ໂລກ​ ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ຕາ​ເວັນ​ອອກ​ກາງ ​ແລະ ອະ​ຟະ​ລິ​ກາ​ເໜືອ, ບັ້ນ​ຮົບ​ຕ້ານ​ການ​ກໍ່​ການຮ້າຍ.

    ກ່ຽວ​ກັບ​ດ້ານ​ເສດຖະກິດ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນ​​ເຊື່ອມ​ຕໍ່​​ການເຈລະຈາ​ສັນຍາ​ການ​ຄ້າ​ເສລີ ລະຫວ່າງ ASEAN-EU ພາ​ຍຫຼັງ​ປີ 2015; ​ເພີ່ມ​ການ​ເຊື່ອມ​ຕໍ່​ທັງດ້ານ​ການບິນ, ການ​ເດີນ​ທະ​ເລ, ທາງບົກ; ການ​ພັດທະນາ ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ.



ຂ່າວ/ບົດ​ອື່ນ