ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກຫ້ອງວ່າການລັດຖະບານ

ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກຫ້ອງວ່າການລັດຖະບານ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: TTXVN)


​​(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ, ອາຍຸ​ການ 2015 – 2020, ທີ່​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 21/07, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ວຽກ​ງານ​ຂອງ​ຫ້ອງ​ວ່າການ​ລັດຖະບານ ​ໃນ​ອາຍຸ​ການ​ຜ່ານ​ມາ, ​ທີ່ໄດ້​ປະຕິບັດ​ວຽການ​ເປັນ​ເສນທິການສັງ​ລວມ​ເປັນ​ຢ່າງ​ດີ, ສະໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ມະຕິ​ຂອງ​ພັກ, ກົດໝາຍ​ຂອງ​ລັດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ສະມາຊິກ​ພັກ​ຫ້ອງ​ວ່າການ​ລັດຖະບານ ​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸງ​ຍາກ, ສິ່ງ​ທ້າ​ທາຍ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ປົກ​ປັກຮັກ​ສາອະທິ​ປະ​ໄຕ​ແຫ່ງ​ຊາດ, ຕ້ອງ​ມານະ​ພະຍາຍາມ​ແກ້​ໄຂ​ສິ່ງ​ຈຳກັດ, ອ່ອນ​ດ້ອຍ, ສືບ​ຕໍ່​​ເຮັດ​​ໃຫ້ປະ​ເທດ​ພັດທະນາ​ຢ່າງ​​ໄວ​ ​ແລະ ໝັ້ນຄົງ​ກວ່າ​ໃນ​ທຸກ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ກໍ່​ສ້າງ​ອົງຄະ​ນະ​ພັກ​ໃຫ້​ປອດ​ໄສ, ​ເຂັ້ມ​ແຂງ, ຊີ້​ນຳ​ທຸກ​ຂົງ​ເຂດຢ່າງ​ມີປະສິດທິ​ຜົນ​ກວ່າ; ຢືດໝັ້ນ, ​ເຂັ້ມ​ແຂງ, ຊາບ​ຊຶມ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂ​​ອງພັກ, ລັດຖະທຳ​ມະນູນ, ກົດໝາຍ​ຂອງ​ລັດ.

ຂ່າວ/ບົດ​ອື່ນ