ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງເດີນທາງເຂົ້າຮ່ວມພິທີເຊັນສັນຍາFTA

ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງເດີນທາງເຂົ້າຮ່ວມພິທີເຊັນສັນຍາFTA - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ແລະ ພັນ​ລະ​ຍາ
(ພາບ:Đuc Tam/TTXVN)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 29/5, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ, ພັນ​ລະ​ຍາ ພ​້ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໄດ້​ເດີນທາງອອກ​ຈາກ ຮ່າ​ໂນ້ຍ,​​ ໄປ​ຮອດ​ເທດສະບານ​ເມືອງ Burabay, ​ທາງ​ທິດ​ເໜືອ ສາທາລະນະ​ລັດ ກາ​ຊັກ​ສະຖານ ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ ​ແລະ ພັນທະ​ມິດ​ເສດຖະກິດ ອາຊີ-​ເອີ​ລົບ.

    ​ໃນ​ຂອບ​ເຂດການ​ປະຕິບັດ​ງານ​ໃນ​ລະ​ຫວ່າງ​ວັນ​ທີ 29/5-6/6, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິນຢຸ້ງ ຈະ​​ຢ້ຽມຢາມ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ​ແລະ ປະຊາຊົນ ອານ​ເຊຣີ, ສ.ປອກຕູຍ​ການ ​ແລະ ສ. ບຸນ​ກາຣີ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກາຊັກ​ສະຖານ Karim Masimov, ທ່ານ​ນາຍົກລັດຖະມົນຕີ ອານ​ເຊຣີ Abdelmalek Sellal, ທ່ານ​ນາຍົກລັດຖະມົນຕີ ປອກຕູຍ​ການ Pedro Passos Coelho ​ແລະ ທ່ານ​ນາຍົກລັດຖະມົນຕີ ບຸນ​ກາຣີ Boico Borisov.

    ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ລະຫວ່າງ ຫວຽດນາມ ​ແລະ ພັນທະ​ມິດ​ເສດຖະກິດ ອາຊີ-​ເອີ​ລົບ ຈະ​ສ້າງ​ຂອບ​ເຂດ​ນິຕິ​ກຳ​ທີ່ປອດ​ໂປ່​ງ ​ແລະ ໝັ້ນຄົງ ​ເພື່ອ​ ພັດທະນາການ​ພົວພັນ​ດ້ານ​ເສດຖະກິດລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ພັນທະ​ມິດ;​ ຈາກ​ນັ້ນ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ ​ແລະ ​ແລກປ່ຽນບັນດາ​ມາດ​ຕະການ ​​ເພື່ອແນ​ໃສ່​ຜັນ​ຂະຫຍາຍ​ສັນຍາດັ່ງກ່າວ​ກັບ​ແຕ່ລະ​ປະ​ເທດ​ຢ່າງ​ລະອຽດ.

    ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ຢ້ຽມຢາມ ອານ​ເຊຣີ, ປອກຕູຍ​ການ ​ແລະ  ບຸນ​ກາຣີ ​​ເພື່ອແນ​ໃສ່​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຮ່ວມ​ມື​ຮອບດ້ານ​ຂອງ ຫວຽດນາມ ກັບ ​ເອີ​ລົບ ​ແລະ ອີ​ຢູ;​ ພ້ອມ​ທັງ​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ ອາ​ບຟຣິກາ. ການ​ຢ້ຽມຢາມ​ຍັງແມ່ນ​ໂອກາດ​ແລກປ່ຽນ​ກັບ​ບັນດາ​ປະ​ເທດ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ບົດຮຽນ​ພັດທະນາ​ຢ່າງ​ໝັ້ນຄົງ, ຫັນປ່ຽນ​ພື້ນຖານ​ເສດຖະກິດ, ຮ່ວມ​ສຳພັນ​​ເສດຖະກິດ​ສາກົນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ເສດຖະກິດ​ທົ່ວ​ໂລກ.    
  ​ເນື່ອງ​ໃນ​ໂອກາດ​ນີ້, ບັນນາທິການວິທະຍຸ​ກະຈາຍສຽງ​ຫວຽດນາມ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: “FTA ຫວຽດນາມ-​ພັນທະ​ມິດ​ເສດຖະກິດ ອາຊີ-​ເອີ​ລົບ: ກາລະ​ໂອກາດ​ໃຫຍ່ ​ເພື່ອ​ເປີດ​ກ້ວາງ​ການ​ຮ່ວມ​ມື”. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ​ພາຍຫຼັງ​ພາກ​ຂ່າວ.

 

ຂ່າວ/ບົດ​ອື່ນ