ນາຍົກລັດຖະມົນຕີຫງວຽນເຕີິນຢຸງເນັ້ນໜັກເຖິງຄວາມສຳຄັນດ້ານຍຸດທະສາດຂອງການພົວພັນອາຊຽນ-ອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີິນຢຸງເນັ້ນໜັກເຖິງຄວາມສຳຄັນດ້ານຍຸດທະສາດຂອງການພົວພັນອາຊຽນ-ອາເມລິກາ - ảnh 1
(ນາຍົກລັດຖະມົນຕີຫງວຽນເຕີິນຢຸງເນັ້ນໜັກເຖິງຄວາມສຳຄັນ
ດ້ານຍຸດທະສາດຂອງການພົວພັນອາຊຽນ-ອາເມລິກາ)


(vovworld) –​ ​​ທີ່​ວາ​ລະ​ໄຊ​ກອງ​ປະ​ຊຸມ​ຂັ້ນ​ສູງ​ພິ​ເສດ​ອາ​ຊຽນ - ອາ​ເມ​ລິ​ກາ ໃນ​ຕອນ​ເຊົ້າ​ວັນ​ທີ 16/02, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ພ້ອມ​ກັບ​​ບັນ​ດາ​ການ​ນຳ​ອາ​ຊຽນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂ​ໍ້ “ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ຕາມ​ທິດ​ເສີ​ມ​ຂະ​ຫຍາຍ​ຈິດ​ໃຈ​ດຳ​ເນີນ​ທຸ​ລະ​ກິດ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ”. ​ໂດຍເປັນ​ປະ​ທານກອງ​ປະ​ຊຸມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ປາດ​ຖະ​ໜາ​ວ່າ, ອາ​ເມ​ລິກ​າ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ສືບ​ຕໍ່​ຊຸກຍ​ູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ອີກ.

      ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ເນັ້ນ​ໜັກ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຈະ​ຍູ້​ແຮງ​ວິ​ວັດ​ການ​ປ່ຽນ​ໃໝ່ຢ່າງ​ຮອບດ​້ານ, ຄົບ​ຊຸດ, ພ້​ອມ​ທັງ​ຕັ້ງ​ໜ້າ​ຜັນ​ຂ​ະ​ຫຍາຍ​ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ເຂົ້າ​ຮ່ວມ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ​ຢູ່​ຫຼາຍ​ຂັ້ນ. ໃນ​ນັ້ນ​ມີ​ປະ​ຊາ​ຄົ​ມ​ເສດ​ຖະ​ກິດ​ອາ​ຊຽນ, ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ, ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ…

      ເມື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ດ້ານຍຸດ​ທະ​ສາດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ - ອາ​ເມ​ລິ​ກາ ສຳ​ລັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັ​ດ​ທະ​ນາ​ຂອງ​ພາກ​ພື້​ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸ​ງ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ຝ່າຍຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ທີ່​ໄດ້​ຕົກ​ລົງ​ນຳ​ກັນ​ແລ້ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໂດຍ​ສະ​ເພາະ​ແມ່ນ​ແຜນ​ການ​ເຄື່ອນ​ໄຫວ​ອາ​ຊຽນ - ອາ​ເມລິ​ກາ​ໄລ​ຍະ 2016 – 2020, ເພີິ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງ​ທຶນ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ​ນ​ຢຸງ ກໍ​ສະ​ເໜີ​ສ້າງ​ຕັ້ງ​ສູນ​ອາ​ຊຽນ - ອາ​ເມລິ​ກາ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ເລີ່​ມ​​ດຳ​ເນີນ​ອາ​ຊີບ ແລະ ພັດ​ທະ​ນາ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຢູ່​ຫວຽດ​ນາມ ເພື່ອ​ແນ​ໃສ່​​ເສີ​ມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ກໍ​ຄື​ການ​ເຊື່ອນ​ຕໍ່​ຂອງ​ບັນ​ດາ​ວິ​ສາ​ຫະ​ກິ​ອາ​ຊຽນ.

ຂ່າວ/ບົດ​ອື່ນ