ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງເລີ່ມຕົ້ນການຢ້ຽມຢາມອານເຊຣີຢ່າງເປັນທາງການ

ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງເລີ່ມຕົ້ນການຢ້ຽມຢາມອານເຊຣີຢ່າງເປັນທາງການ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ​ນຢຸ້ງ
ແລະ ທ່ານນາຍົກລັດຖະມົນຕີ Abdelmalek Sellal)

(vovworld) – ຕອນ​ບ່າຍ​ວັນ​ທີ 31/5, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​  ເຕິ​ນຢຸ້ງ ​ແລະ ພັນ​ລະ​ຍາ ​ພ້ອມ​ກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໄດ້​ໄປ​ຮອດ​ສະໜາມ​ບິນ​ສາກົນ Houari Boumedienne ຢູ່​ນະຄອນຫຼວງ ອານ​ເຊ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສາທາລະນະ​ລັດ, ປະຊາທິປະ​ໄຕ ​ແລະ ປະຊາຊົນ  ອານ​ເຊຣີ ​ໃນ​ລະຫວ່າງ​ວັນ​ທີ 31/5-2/6, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ Abdelmalek Sellal. ພາຍຫຼັງພິທີ​ຕ້ອນຮັບ, ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​​ແລະ ທ່ານ​ນາຍົກລັດຖະມົນຕີ Abdelmalek ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ນັກຮົບ​ທີ່​ເສຍ​ສະຫຼະຊີວິດ​ເພື່ອ​ຊາດ ​ແລະ ຢ້ຽມຢາມ​ຫໍພິພິດທະພັນ​ນັກຮົບ​ເກົ່າ ​ເຊິ່ງ​ແມ່ນ​ສະຖານ​ທີ່​ຮັກສາ ​ແລະ ວາງສະ​ແດງ​ບັນດາ​ວັດຖຸ​ພັນ ​ແລະ ຮູບ​ພາບ​ກ່ຽວ​ກັບ​ວິວັດ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ຂອງ ອານ​ເຊຣີ.

ຂ່າວ/ບົດ​ອື່ນ