ນາຍົກລັດຖະມົນຕີຫງວຽນເຕີນຢູ້ງໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີຍີ່ປຸ່ນ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີຍີ່ປຸ່ນ - ảnh 1
ພາບ​ປະ​ກອບ
(ພາບ: VGP/Nhật Bắc)

(vovworld) – ​​ຕອນ​ບ່າ​ຍ​ວັນ​ທີ 13/2, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄະ​ນະ​ລັດ​ຖະ​ບານ ຍີ່​ປຸ່ນ Shinzo Abe. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ສ​ະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ຍີ່​ປຸ່​ນ ໃນ​ປີ 2014, ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ທ​ຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ ເປັນ​ປະ​ຈຳ, ກໍ່​ຄື​ການ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ​ເຈ​ລະ​ຈາ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້ 2 ຝ່າຍ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້​ນ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​ມີ​ຍຸດ​ທະ​ສາດ​ຫັນ​ປະ​ເທດ​ເປັນ​ອຸດ​ສາ​ຫະ​ກຳ​ຂອງ ຫ​ວຽດ​ນາມ ໃນ​ຂອບ​ເຂດ​ການ​ຮ່ວມ​ມື ຫວຽດ​ນາມ - ຍີ່​ປຸ່ນ, ສະ​ເໜີ​ໃຫ້ ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ຫວຽດ​ນາມ ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ, ກະ​ສິ​ກຳ…

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຢັ້ງ​ຢືນ​ວ່າ: ຍີ່​ປຸ່​ນ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ກາ​ນ​ຄ້າ, ການ​ລົງ​ທຶນ​ກັບ ຫວຽດ​ນາມ, ພ້ອມ​ທັງ​ຈະ​ສືບ​ຕໍ່​ຮັກ​ສາ ODA ໃຫ້​ແກ່ ຫວຽດ​ນາມ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຮັບ​ມື​ກັບ​ບັນ​ດາ​ບັນ​ຫາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ…​ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP).

 


ຂ່າວ/ບົດ​ອື່ນ