ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານຮອງເຈົ້າຄອງນະຄອນ Daegu ແຫ່ງ ສ.ເກົາຫຼີ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານຮອງເຈົ້າຄອງນະຄອນ Daegu ແຫ່ງ ສ.ເກົາຫຼີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊ​ວນ​ຟຸກ ແລະ ທ່ານ ກິມ​ຢົງ​ອິນ ​ຮອງ​ເຈົ້າ​ຄອງ​ນະ​ຄອນ Daegu ແຫ່ງ ສ.ເກົາຫຼີ


(vovworld)- ຕອນ​ບ່າຍ​ວັນ​ທີ 12/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊ​ວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ກິມ​ຢົງ​ອິນ ​ຮອງ​ເຈົ້າ​ຄອງ​ນະ​ຄອນ Daegu ແຫ່ງ ສ.ເກົາຫຼີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊ​ວນ​ຟຸກ ເນັ້ນ​ໜັກ​ວ່າ ສ.ເກົາຫຼີ​ສືບ​ຕໍ່​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ຫວຽດ​ນາມ. ຢັນ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ການ​ລົງ​ທຶນ, ທີ 2 ກ່ຽວ​ກັບ​ທຶນ ODA , ແຮງ​ງານ, ທ່ອງ​ທ່ຽວ ແລະ ທີ 3 ແມ່ນ​ດ້ານ​ການ​ຄ້າ. ນີ້​ແມ່ນ​ໝາກ​ຜົນ​ທີ່​ກຳ​ເນ​ີດ​ມາ​ຈາກ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ແລະ ການ​ປະ​ກອບ​ສ່ວນ​ຂອງວິ​ສາ​ຫະ​ກິດ 2 ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊ​ວນ​ຟຸກ ຢືນ​ຢັນ​ວ່າ ລັດ​ຖະ​ບານ​ຫວຽດ​ນາມ   ຍາມ​ໃດ​ກໍ​ຊົ​ມ​ເຊີຍ ແລະ ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ນັກ​ລົງ​ທຶນ ສ.ເກົາຫຼີ​ມີ​ຄວາມ​ໝັ້ນໃນ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ