ນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງໃຫ້ສ້າງກົນໄກເພື່ອໃຫ້ຂະແໜງຖະແຫຼງຂ່າວແລະສື່ສານກາຍເປັນ “ແຫຼ່ງກຳລັງ, ກຳລັງແຮງ” ຢ່າງແທ້ຈິງ

(VOVWORLD) -ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຄວນເລືອກເອົາຂົງເຂດພັດທະນາ ໂດຍອີງໃສ່ທ່າແຮງໃນການແກ່ງແຍ້ງເພື່ອພັດທະນາຢ່າງໄວ, ຍືນຍົງ
ນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງໃຫ້ສ້າງກົນໄກເພື່ອໃຫ້ຂະແໜງຖະແຫຼງຂ່າວແລະສື່ສານກາຍເປັນ “ແຫຼ່ງກຳລັງ, ກຳລັງແຮງ” ຢ່າງແທ້ຈິງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ
(ພາບ: VGP)

ຕອນບ່າຍວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໄດ້ເຮັດວຽກກັບກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ. ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຄວນເລືອກເອົາຂົງເຂດພັດທະນາ ໂດຍອີງໃສ່ທ່າແຮງໃນການແກ່ງແຍ້ງເພື່ອພັດທະນາຢ່າງໄວ, ຍືນຍົງ, ມີບາດກ້າວເດີນມາດຕະການແກ້ໄຂຢ່າງເໝາະສົມ, ສາມາດເປັນໄປໄດ້ “ຄັດເລືອກເປົ້າໝາຍ, ວຽກງານ, ຜູ້ເຮັດວຽກ” ເພື່ອບັນລຸປະສິດທິຜົນສູງທີ່ສຸດ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຍົກອອກບາງໜ້າທີ່ສຳຄັນຂອງກະຊວງໃນໄລຍະຈະມາເຖິງຄື: ສ້າງໂຄງປະກອບບຸກຄະລາກອນຄືນໃໝ່; ວຽກງານຄຸມຄອງລັດ; ສ້າງກົນໄກ, ນະໂຍບາຍເພື່ອລະດົມທຸກແຫຼ່ງກຳລັງຖືກຕ້ອງຕາມກົດໝາຍໃຫ້ແກ່ການພັດທະນາ… ທ່ານນາຍົກລັດຖະມົນຕີກໍ່ໄດ້ຕັກເຕືອນວ່າ ວຽກງານສື່ສານແມ່ນມີໜ້າທີ່ສຳຄັນ, ສະນັ້ນ ຄວນເພີ່ມທະວີສະຕິຄວາມຮັບຮູ້, ສ້າງກົນໄກ, ລະບອບລະບຽບການໃຫ້ເໝາະສົມເພື່ອໃຫ້ຂະແໜງສື່ສານກາຍເປັນ “ແຫຼ່ງກຳລັງ, ກຳລັງແຮງ” ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ