ນາຍົກລັດຖະມົນຕີຫວຽດນາມມີໂທລະເລກທາງການກ່ຽວກັບການສະກັດກັ້ນໂລກລະບາດ Ebola

ນາຍົກລັດຖະມົນຕີຫວຽດນາມມີໂທລະເລກທາງການກ່ຽວກັບການສະກັດກັ້ນໂລກລະບາດ Ebola - ảnh 1
ທ່ານ​ນາຍົກ ລັດຖະມົນຕີຫວຽດນາມ​ຫາ​ກໍ​ມີ​ໂທລະ​ເລກ​ທາງ​ການສະ​ເໜີ ກະຊວງ​ສາທາລະນະ​ສຸກ​ຈົ່ງ​ເປັນ​ເຈົ້າ​ການ​ສົມທົບ​ກັບ WHO , ບັນດາ​ອົງການ​ສາກົນ ​ແລະ ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ​ເພື່ອ​ກຳ​ແໜ້ນ​ສະພາບ​ໂລກລະບາດ

(vovworld)- ຕໍ່ໜ້າການ​ຜັນ​ແປ​ຢ່າງ​ສັບສົນ​ຂອງ​ສະພາບ​ໂລກລະ​ບາດ ​ແລະ ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຊີວິດ​ອີນຊີ​ໃຫ້​ແກ່​ປະຊາຊົ​ນ. ທ່ານ​ນາຍົກ ລັດຖະມົນຕີຫວຽດນາມ​ຫາ​ກໍ​ມີ​ໂທລະ​ເລກ​ທາງ​ການສະ​ເໜີ ກະຊວງ​ສາທາລະນະ​ສຸກ​ຈົ່ງ​ເປັນ​ເຈົ້າ​ການ​ສົມທົບ​ກັບ WHO , ບັນດາ​ອົງການ​ສາກົນ ​ແລະ ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ​ເພື່ອ​ກຳ​ແໜ້ນ​ສະພາບ​ໂລກລະບາດ, ທຳນາຍ​ໄພ​ອັນຕະລາຍ​ຕິດ​ແປດ​ເຂົ້າ​ຫວຽດນາມ, ປະກາດ​ການ​ຜັນ​​ແປ​, ຄວາມ​ອັນຕະລາຍ​ຂອງ​ໂລກລະບາດ​ເຖິງ​ທົ່ວ​ປວງຊົນ​ໄດ້​ຮັບ​ຊາບຢ່າງ​ທັນ​ການ, ພ້ອມ​ທັງ​ແນະນຳ​ການ​ປະຕິ​ບັດບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ໂລກລະບາດ​​ເຖິງ​ປະຊາຊົນ, ປະຊາຊົນ​ແຕ່ລະຄົນ​ຕ້ອງ​ມີ​ສະຕິປ້ອງກັນ​ຕົນ​ເອງ​ຕໍ່ໜ້າ​ໂລກລະບາດ, ​ເຂົ້າ​ໃຈ​ກ່ຽວ​ກັບ​ໂລກລະ​ບາດ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະກັດ​ກັ້ນ. ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຕິດຕາມ​ກວດກາ​ຜູ້​ໂດຍສານ​ເຂົ້າ​ເມືອງ​ຢູ່​ດ່ານ​ຊາຍ​ແດນ. ຂະ​ແໜງ​ສາທາລະນະ​ສຸກ, ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​ທ້ອງ​ຖີ່​ນຕ້ອງ​ມານະ​ພະຍາຍາມ​ຢ່າງ​ສູງ​ສຸດ, ​ເປັນ​ເຈົ້າ​ການ, ຮີບ​ດ່ວນ, ປະຕິບັດ​ທຸກໆ​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ສະກັດ​ກັ້ນ​ການ​ຕິດ​ແປດ​ຂອງ​ໂລກລະບາດ, ດ້ວຍຈຸດໝາຍ​ສູ​ງສຸດ​ແມ່ນ​ບໍ່​ປະ​ໃຫ້​ໂລກລະບາດ​ຍ້ອນໄວຣັດ Ebola ​ແຊກ​ຊຶມ​ເຂົ້າ ຫວຽດນາມ. ຕ້ອງ​ກຽມພ້ອມ, ​ເປັນ​ເຈົ້າ​ການ​ສ້າ​ງບັນດາ​ວິທີ​ການ, ​ແຜນການ​ເພື່ອ​ແນ​ໃສ່​ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຖ້າ​ຫາກ​ໂລກລະບາດ​ເກີດ​ຂຶ້ນ. 

ຂ່າວ/ບົດ​ອື່ນ