ນາຍົກລັດຖະມົນຕີຫວຽດນາມເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ-ລັດເຊຍ

ນາຍົກລັດຖະມົນຕີຫວຽດນາມເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ-ລັດເຊຍ - ảnh 1
ກອງ​ປະຊຸມ​ຂັ້ນ​ສູງສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ລັດ​ເຊຍ
(ພາບ: Thống Nhất/TTXVN)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ສະຫະພັນ​ລັດ​ເຊຍ Vladimir Putin, ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ ກອງ​ປະຊຸມ​ຂັ້ນ​ສູງສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ລັດ​ເຊຍ ​ແຕ່​ວັນ​ທີ​ 19 – 20/5/2016 ຢູ່ Sochi, ສະຫະພັນ ລັດ​ເຊຍ.

        ທີ່​ວາລະ​ດຳ​ເນີນ​ກອງ​ປະຊຸມ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/5, ບັນດາ​ການ​ນຳ​ຂັ້ນ​ສູງ ອາ​ຊຽນ ​ແລະ ລັດ​ເຊຍ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ, ສຳ​ຫຼວດກວດກາຄືນ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ລັດ​ເຊຍ ​ໃນ​ຕະຫຼອດ 20 ປີ​ຜ່ານ​ມາ ​ແລະ ບັນດາ​ການ​ກຳນົດ​ທິດ​ໃຫຍ່​ພ້ອມ​ກັບ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ​ເພື່ອ​ສ້າງ​ຂອບ​ເຂດ ​ແລະ ພື້ນຖານ​ໜັກ​ແໜ້ນ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ອາ​ຊຽນ - ລັດ​ເຊຍ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງ​ປະຊຸມ​ໄດ້ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ Sochi ​ແລະ ຮັບ​ຮູ້ເອກະສານ​ສຳຄັນ 5 ສະບັບ.

        ​ໃນ​ຂອບ​ເຂດກອງ​ປະຊຸມ, ບັນດາ​ການ​ນຳ ອາ​ຊຽນ ​ແລະ ລັດ​ເຊຍ ​ໄດ້​​ໃຫ້ການ​ຕ້ອນຮັບ​ບັນດາ​ຜູ້ຕາງໜ້າ​ວິ​ສາ​ຫະກິດ ອາ​ຊຽນ ​ແລະ ລັດ​ເຊຍ ​ເຂົ້າ​ຮ່ວມ​ເວທີ​ປ​​າ​ໄສ​ວິ​ສາ​ຫະກິດ ອາ​ຊຽນ - ລັດ​ເຊຍ, ພົບ​ປະ​ກັບຜູ້ຕາງໜ້າ​ຂອງ​ຄະນະ​ກຳມະການຮ່ວມ​ມື ອາຊີ - ​ເອີ​ລົບ (EAEU) ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ສືບ​ຕໍ່​ມີ​​ຄວາມ​ສະດວກ ​ແລະ ຄວາມ​ຫຍຸ້ງຍາກສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍສຳລັບ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ ອາ​ຊຽນ ​ແລະ ລັດ​ເຊຍ, ​ເນັ້ນ​ໜັກ 2 ຝ່າຍ​ມີ​ຜົນ​ປະ​ໂຫຍ​ດລວມ ​ແລະ ມີຄວາມ​ຕ້ອງການ​ຍູ້​ແຮງ​ການ​ພົວພັນ​ຄູ່​​ເຈລະຈາ​ໃນ​ໄລຍະ​ຈະ​ມາ​ເຖິງ​​ໃຫ້​ດີກ່ວາ​ອີກ. ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ຮອບດ້ານ​ກ່ວາ​ອີກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ບັນດາ​ທິດ​ທາງ​ຮ່ວມ​ມື​ໃຫຍ່​ລວມມີ: ທີ​ໜຶ່ງ, ​​ແມ່ນເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ - ຄວາມ​ໝັ້ນຄົງ. ທີ​ສອງ​ແມ່ນ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຢ່າງ​ສູງ​ສຸດ​ຂອງ​ແຕ່ລະ​ຝ່າຍ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດການຄ້າ, ການ​ລົງທຶນ, ພະລັງງານ ​ແລະ ການທ່ອງທ່ຽວ…ທີ​ສາມ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ - ສັງຄົມ, ​ໃຫ້ບຸລິມະສິດ​ການ​ພັດທະນາ​ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ…

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ສັນຕິພາບ, ຄວາມ​ໝັ້ນຄົງຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ໝາຍ​ຈຳ​ເປັນ​ສຳລັບ​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ດັ່ງ​ນັ້ນ​ຄວນ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​​ໃນການ​ເດ​ີນ​ເຮືອ ​ແລະ ການບິນ, ບໍ່​ນຳ​ໃຊ້​ອາວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ​ເຄົາລົບ​ບັນດາ​ວິວັດ​ທະ​ນາ​ການ​ທາ​ງການ​ທູ​ດ ​ແລະ ​ນິຕິ​ກຳ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.


ຂ່າວ/ບົດ​ອື່ນ