ນາຍົກລັດຖະມົນຕີຫວຽດນາມເຮັດວຽກກັບບໍລິສັດໃຫຍ່ເຕີນກາງໄຊງອນ

ນາຍົກລັດຖະມົນຕີຫວຽດນາມເຮັດວຽກກັບບໍລິສັດໃຫຍ່ເຕີນກາງໄຊງອນ - ảnh 1
ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​​ໄປຢ້ຽມ​ຢາມ
 ແລະ ເຮັດ​ວຽກກັບ​ບໍ​ລິ​ສັດ​ເຕີນ​ກາງໄຊ​ງອນ
(ພາບ: ບີິກຮົ່ງ)

(vovworld) - ຕອນ​ບ່າຍ​ວັນ​ທີ 19/12, ທີ່ ນະ​ຄອນ ໂຮ່​ຈີ໋​ມີນ, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​​ໄປຢ້ຽມ​ຢາມ ແລະ ເຮັດ​ວຽກກັບ​ບໍ​ລິ​ສັດໃຫຍ່​ເຕີນ​ກາງໄຊ​ງອນ, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຊີ້​ນຳ​ບໍ​ລິ​ສັດ​​​ໃຫຍ່ສູ້​ຊົນ​ໃຫ້​ກາຍ​ເປັນກຸ່ມບໍ​ລິ​ສັດ​ເສດ​ຖະ​ກິດ​ແຖວ​ໜ້າ​ໃນ​ຂົງ​ເຂດ​ບໍ​ລິ​ການ logistic, ປະ​ກອບ​ສ່ວນ​ເຂົ້າ​​ໃນການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ບໍ​ລິ​ສັດໃຫຍ່​ສຸມ​ໃສ່​ປ່ຽນ​ໃໝ່​ຮູບ​ແບບ​ຄ​ຸ້ມ​ຄອງ​​ເພື່ອຮັບ​ປະ​ກັນ​ປະ​ຕິ​ບັດ​​ທັງສອງ​ໜ້າ​ທີ່​ປ້ອງ​ກັນ​ຊາດ ແລະ ເສດ​ຖະ​ກິດ.

        ​ບໍ​ລິ​ສັດ​​ໃຫຍ່ເຕີນ​ກາງໄຊ​ງອນ ແມ່ນ ວິ​ສາ​ຫະ​ກິດ​ການ​ປ້ອງ​ກັນ​ຊາດ - ເສດ​ຖະ​ກິດ ສັງ​ກັດກອງ​​ທັບ​ເຮື​ອ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ບໍ​ລິ​ສັດ​ຈຳ​ກັດ​ຜູ້​ດຽວ​ດ້ວຍ​ທຶນ​ຈົດ​ທະ​ບຽນຂອງ​ລັດ 100% ແລະ ໄດ້​ຈັດ​ອັນ​ດັບ ເປັນບໍ​ລິ​ສັດ​​ໃຫຍ່ພິ​ເສດ ໃນ​ປີ 2010.

 

 

ຂ່າວ/ບົດ​ອື່ນ