ນາຍົກລັດຖະມົນຕີອັງກິດປາດຖະໜາພົນລະເມືອງອີຢູສືບຕໍ່ອາໄສຢູ່ອັງກິດພາຍຫຼັງ Brexit

(VOVWORLD) -ວັນທີ 26 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຢືນຢັນຢາກຢຸດຕິຄວາມວິຕົກກັງວົນຂອງບັນດາພົນລະເມືອງໃນສະຫະພາບເອີລົບ (ອີຢູ), ທີ່ພວມດຳລົງຊີວິດຖືກຕາມກົດໝາຍຢູ່ປະເທດນີ້ກ່ຽວກັບອະນາຄົດຂອງເຂົາເຈົ້າພາຍຫຼັງອັງກິດ ຖອນອອກຈາກອີຢູ ຫຼືເອີ້ນວ່າ Brexit ແລະ ໃຫ້ຄຳໝັ້ນສັນຍາຈະປົກປ້ອງສິດຜົນປະໂຫຍດຂອງເຂົາເຈົ້າ.

ນາຍົກລັດຖະມົນຕີອັງກິດປາດຖະໜາພົນລະເມືອງອີຢູສືບຕໍ່ອາໄສຢູ່ອັງກິດພາຍຫຼັງ Brexit - ảnh 1 ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May

(ພາບ:  EPA/TTXVN)

ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດອັງກິດ ກ່ຽວກັບບັນຫາພົນລະເມືອງອີຢູ ພວມດຳລົງຊີວິດຢູ່ອັງກິດ, ທ່ານນາງ Theresa May ຊີ້ແຈ້ງວ່າ: ບໍ່ມີພົນລະເມືອງອີຢູ ບໍ່ວ່າຜູ້ໃດພວມດຳລົງຊີວິດຖືກຕາມກົດໝາຍຢູ່ອັງກິດ ຖືກຮຽກຮ້ອງອອກຈາກອັງກິດ ໃນຈຸດເວລາອັງກິດ ຖອນອອກຈາກອີຢູ. ພວກຂ້າພະເຈົ້າຢາກໃຫ້ເຂົາເຈົ້າສືບຕໍ່ດຳລົງຊີວິດຢູ່ອັງກິດ. ຕາມແຜນການ, ທ່ານນາງ Theresa May ຈະສະເໜີບັນດາຫຼັກການພື້ນຖານຂອງແຜນການກ່ຽວຂ້ອງເຖິງພົນລະເມືອງອີຢູ ອາໄສຢູ່ອັງກິດ ຕໍ່ບັນດາການນຳເອີລົບ ທີ່ກອງປະຊຸມສຸດຍອດເຊິ່ງຄາດວ່າຈະດຳເນີນຢູ່ ບຣຸກແຊນ ໃນທ້າຍອາທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ