ນາຍົກລັດຖະມົນຕີອັງກິດຢືນຢັນວ່າການໂຈະ Brexit ບໍ່ນຳມາເຊິ່ງປະໂຫຍດໃຫ້ແກ່ປະເທດຊາດ

(VOVWORLD) -ພະລາຊີນີ Elizaberth ທີສອງໄດ້ເຫັນດີໃຫ້ຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາຢູ່ອັງກິດ ໃນວັນທີ 12 ທັນວາ ຈະມາເຖິງ.

ນາຍົກລັດຖະມົນຕີອັງກິດຢືນຢັນວ່າການໂຈະ Brexit ບໍ່ນຳມາເຊິ່ງປະໂຫຍດໃຫ້ແກ່ປະເທດຊາດ - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບປະກອບ: THX/TTXVN)

ນີ້ແມ່ນຂໍ້ມູນຂ່າວສານເຊິ່ງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ແຈ້ງໃຫ້ຮູ້ໃນວັນທີ 06 ພະຈິກ ເມື່ອເລີ່ມເຄື່ອນໄຫວບັ້ນຫາສຽງເລືອກຕັ້ງຢ່າງເປັນທາງການ ຢູ່ນອກທຳນຽບນາຍົກລັດຖະມົນຕີຢູ່ຖະໜົນ Downing.

        ທ່ານ Boris Johnson ຢືນຢັນວ່າ “ບໍ່ມີຜູ້ໃດຢາກຈັດການເລືອກຕັ້ງກ່ອນກຳນົດເວລາ”, ແຕ່ອັງກິດ “ບໍ່ມີທາງເລືອກ” ແລະ ກ່າວຫາຝ່າຍຄ້ານວ່າ ພວມກີດຂວາງ Brexit. ທ່ານເນັ້ນໜັກວ່າ, ເລື່ອງໂຈະ Brexit ແມ່ນບໍ່ນຳມາເຊິ່ງປະໂຫຍດໃຫ້ແກ່ປະເທດຊາດ ແລະ ພື້ນຖານເສດຖະກິດຂອງອັງກິດ, ພ້ອມທັງຢືນຢັນວ່າ ຂໍ້ຕົກລົງ Brexit ເຊິ່ງທ່ານໄດ້ເຫັນດີກັບການນຳສະຫະພາບເອີລົບ ແມ່ນ “ຂໍ້ຕົກລົງທີ່ມີປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ປະເທດອັງກິດ”.

        ທ່ານນາຍົກລັດຖະມົນຕີອັງກິດ ຊີ້ແຈ້ງວ່າ, ຖ້າຫາກໄວ້ດຳລົງຕຳແໜ່ງຄືນໃໝ່, ທ່ານຈະຍົກຂໍ້ຕົກລົງ Brexit ອອກມາປ່ອນບັດຢູ່ສະພາແຫ່ງຊາດໃນມື້ທຳອິດ.

ຕອບກັບ

ຂ່າວ/ບົດ​ອື່ນ