ນາຍົກລັດຖະມົນຕີອັງກິດໃຫ້ຄຳໝັ້ນສັນຍາພິຈາລະນາຄືນບັນຫາພິພາກສາອາດຊະຍາກຳກໍ່ການຮ້າຍ

(VOVWORLD) -ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຄຳໝັ້ນສັນຍາຈະພິຈາລະນາຄືນລະບົບພິພາກສາຂອງປະເທດນີ້ ພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍດ້ວຍມີດຢູ່ຂົວ ລອນດອນ, ເຊິ່ງເຮັດໃຫ້ 2 ຄົນເສຍຊີວິດ.

ນາຍົກລັດຖະມົນຕີອັງກິດໃຫ້ຄຳໝັ້ນສັນຍາພິຈາລະນາຄືນບັນຫາພິພາກສາອາດຊະຍາກຳກໍ່ການຮ້າຍ - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: AFP/TTXVN)

ໃນຖະແຫຼງການວັນທີ 30 ພະຈິກ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຄຳໝັ້ນສັນຍາວ່າ, ຖ້າຫາກໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວປະເທດຈະມາເຖິງ, ທ່ານຈະປະກາດໃຊ້ການຕັດສິນລົງໂທດຢ່າງໜ້ອຍສຸດແມ່ນຈຳຄຸກ 14 ປີສຳລັບບັນດາອາດຊະຍາກຳກໍ່ການຮ້າຍທີ່ຮ້າຍແຮງ, ຊ້ຳບໍ່ໜຳບາງຄົນຈະຖືກຈຳຄຸກຕະຫຼອດຊີວິດ, ພ້ອມທັງຍົກເລີກເລື່ອງປ່ອຍຕົວກ່ອນກຳນົດເວລາໃຫ້ບັນດາພວກກໍ່ການຮ້າຍ. ແລະກໍ່ໃນວັນດຽວກັນ, ອົງການກໍ່ການຮ້າຍ IS ໄດ້ກ່າວມາຮັບຜິດຊອບແມ່ນຕົວການຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີຢູ່ຂົວລອນດອນ ໃນວັນທີ 29 ພະຈິກ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ