ນາຍົກລັດຖະມົນຕີອົດສຕາລີຮຽກຮ້ອງຈີນຫລຸດຜ່ອນການກໍ່ສ້າງເກາະຢູ່ທະເລຕາເວັນອອກຢ່າງຜິດກົດໝາຍ

ນາຍົກລັດຖະມົນຕີອົດສຕາລີຮຽກຮ້ອງຈີນຫລຸດຜ່ອນການກໍ່ສ້າງເກາະຢູ່ທະເລຕາເວັນອອກຢ່າງຜິດກົດໝາຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ອົດສຕາ​ລີ Malcolm Turn bull ​
(ພາບ: TTX/TTXVN)

(vovworld) - ​ ​​ເມື່ອ​ຕອບ​ສຳພາດຕໍ່​ສຳນັກ​ຂ່າວສານ ABC ວັນ​ທີ 22/9, ທ່ານ​ນາຍົກລັດຖະມົນຕີ ອົດສຕາ​ລີ Malcolm Turn bull ​ຖື​ວ່າ: ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ປັກ​ກິ່ງ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ “ບໍ່​ມີ​ລັກສະນະ​ສ້າງ​ສັນ”. ທ່ານ​ຢືນຢັນ​ວ່າ: ພວມ​ມີ​ຄວາມ​ເຄັ່ງ​ຕຶງ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ບັນຫາ​ເກາະ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຈີນ ຄວນ​ມີ​ການ​ກະທຳຢ່າງ​ເໝາະ​ສົມ. ທ່ານ​ນາຍົກລັດຖະມົນຕີ ອົດສຕາ​ລີ ​ເນັ້ນ​ໜັກ​ວ່າ “ ການ​ຟື້ນຕົວ​ຂອງ ຈີນ ບໍ່​ຄວນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ປອງ​ດອງ​ໃນ​ພາກ​ພື້ນ”, ພ້ອມ​ທັງ​ກ່າວ​ເຕື່ອນ “ ​ເລື່ອງ​ ຈີນ ມີ​ຄວາມ​ຕັ້ງ​ໃຈ​ຢືດຄອງ​ທະ​ເລ​ຕາ​ເວັນ​ອອກ​ຈະ​ສົ່ງ​ຜົນ​ຮ້າຍ​ຢ້ອນ​ຫລັງ​ ທີ່​ກົງກັນຂ້າມ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ ​ເຊິ່ງປະ​ເທດ​ນີ້​ປາດ​ຖະໜາ​ຢາກ​ໄດ້​ຮັບຢ່າງ​​ແນ່ນ​ອນ”.

 

 

ຂ່າວ/ບົດ​ອື່ນ