ນາຍົກລັດຖະມົນຕີອິດສະຣາແອນຄັດຄ້ານICCສືບສວນກ່ຽວກັບບັ້ນບຸກໂຈມຕີເລັ່ງໃສ່ຊາວປາແລດສະຕີນ

ນາຍົກລັດຖະມົນຕີອິດສະຣາແອນຄັດຄ້ານICCສືບສວນກ່ຽວກັບບັ້ນບຸກໂຈມຕີເລັ່ງໃສ່ຊາວປາແລດສະຕີນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ
 Benjamin Netanyahu
                                    ພາບ:vtv.vn

(vovworld)-  ​ວັນ​ທີ17/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ຄັດ​ຄ້ານ​ຂໍ້​ຕົກ​ລົງ​ດຳ​ເນີນ​ການ​ສືບ​ສວນ​ໂດຍ​ສັງ​ເຂບ​ຂອງ​ສານ​ອາ​ຍາ​ສາ​ກົນ(ICC) ກ່ຽວ​ກັບ​ບັ້ນ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ຊາວ ປາ​ແລດ​ສະ​ຕີນ. ຕາມ​ຄຳຖະ​ແຫລງຂອງ​ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ວ່າ: ຂໍ້​ຕົກ​ລົງ​ສືບ​ສວນ ອິ​ດ​ສະ​ຣາ​ແອນ ຂອງ ICC ແມ່ນ​ໄຮ້​ເຫດ​ຜົນ ເພາະ​ປະ​ເທດນີ້ ຍາມ​ໃດ​ກໍ​ປະ​ຕິ​ບັດ​ຕາມ​ບັນ​ດາ​ມາດ​ຖານ​ສູງ​ສຸດ​ໃນ​ກົດ​ໝາຍ​ສາ​ກົນ. ທ່ານ ຢືນ​ຢັນ​ວ່າ: ອິດ​ສະ​ຣາ​ແອນ ພຽງ​ແຕ່​ພະ​ຍາ​ຍາມ​ປົກ​ປ້ອງ​ຕົນ​ເອງ ຕໍ່​ບັນ​ດາ​ການ​ກະ​ທຳ​ຂອງ​ພວກກໍ່​ການ​ຮ້າຍ​ປາ​ແລດ​ສະ​ຕີນ ທີ່​ເຄ​ີຍກໍ່ໃຫ້​ເກີດ​ໂທດ​ກຳ​ສົງ​ຄາມ.

ຂ່າວ/ບົດ​ອື່ນ