ນາຍົກລັດຖະມົນຕີອີຣັກອອກຖະແຫຼງຍາດໄດ້ໄຊຊະນະ IS ຢູ່ Mosul ຢ່າງເປັນທາງການ

(VOVWORLD) -ໃນບົດກ່າວປາໄສທາງໂທລະພາບແຫ່ງຊາດເມື່ອວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີອີຣັກ Haider al Abadi ໄດ້ອອກຖະແຫຼງຍາດໄດ້ໄຊຊະນະອົງການ IS ຢູ່ນະຄອນ Mosul ຢ່າງເປັນທາງການ, ສິ່ງດັ່ງກ່າວໄດ້ເປັນຂີດໝາຍການປະລາໄຊອັນໃຫຍ່ຫຼວງທີ່ສຸດຂອງ IS ນັບແຕ່ເມື່ອກຸ່ມນີ້ຖະແຫຼງສ້າງຕັ້ງກ່ອນນີ້ 3 ປີ.

ນາຍົກລັດຖະມົນຕີອີຣັກອອກຖະແຫຼງຍາດໄດ້ໄຊຊະນະ IS ຢູ່ Mosul ຢ່າງເປັນທາງການ - ảnh 1

ທ່ານນາຍົກລັດຖະມົນຕີ Abadi ໄດ້ໄປ Mosul ເພື່ອອວຍພອນບັນດາຫົວໜ້າຜູ້ບັນຊາການກອງທັບ 

(ພາບ: Reuters)

ກ່ອນໜ້ານັ້ນ, ວັນທີ 09 ກໍລະກົດ, ທ່ານນາຍົກລັດຖະມົນຕີ Abadi ໄດ້ໄປ Mosul ເພື່ອອວຍພອນບັນດາຫົວໜ້າຜູ້ບັນຊາການກອງທັບ ພາຍຫຼັງການຕໍ່ສູ້ຢ່າງດຸເດືອດຢູ່ໜຶ່ງໃນຈຳນວນ 2 ນະຄອນຫຼວງຂອງ IS ເປັນເວລາເກືອບ 9 ເດືອນ.

        ໃນວັນທີ 10 ກໍລະກົດ, ລັດຖະມົນຕີການຕ່າງປະເທດອີຢິບ, ລັດຖະມົນຕີການຕ່າງປະເທດຈີນ, ເລຂາທິການໃຫຍ່ສະຫະພັນອາຣັບ ກໍ່ໄດ້ອວຍພອນໄຊຊະນະຂອງລັດຖະບານ, ບັນດາກຳລັງປ້ອງກັນຄວາມສະຫງົບອີຣັກ ໃນບັ້ນຮົບຕ້ານອົງການ IS.


ຕອບກັບ

ຂ່າວ/ບົດ​ອື່ນ