ນາຍົກລັດຖະມົນຕີອີຣັກຮຽກຮ້ອງປະຊາຄົມໂລກຮັບມືກັບໄພນາບຂູ່ISIL

ນາຍົກລັດຖະມົນຕີອີຣັກຮຽກຮ້ອງປະຊາຄົມໂລກຮັບມືກັບໄພນາບຂູ່ISIL - ảnh 1
ທ່ານ​ນາຍົກລັດຖະມົນຕີ ອີຣັກ Nuri al – Maliki
(ພາບ: AFP/TTXVN)

(vovworld) – ວັນ​ທີ 23/6, ຢູ່​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ພວມ​ຢູ່​ຢ້ຽມຢາມ ອີຣັກ, ທ່ານ​ນາຍົກລັດຖະມົນຕີ ອີຣັກ Nuri al – Maliki ຊີ້​ແຈ້ງວ່າ: ບັ້ນ​ຮົບ​ບຸກ​ໂຈມ​ຕີ​ຂອງ​ທະຫານ​ກະບົດຊາວ ຊັນ​ນີ ຂຶ້ນ​ກັບ​ອົງການ​ແຫ່ງ​ລັດ ​ອິດສະ​ລາມ ອີຣັກ ​ແລະ ​ເຂດ Levant (ISIL) ບໍ່ພຽງ​ແຕ່​ແມ່ນ​​ໄພ​ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ຂອງ ອີຣັກ ​ເທົ່າ​ນັ້ນ ຫາ​ກຍັງ​ແມ່ນ​ໄພ​ນາບ​ຂູ່​ສັນຕິພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ອີກ​ດ້ວຍ. ຕາມ​ຖະ​ແຫຼ​ງການ​ຈາກ​ຫ້ອງການ​ຂອງທ່ານ Maliki ​ແລ້ວ, ​ໃນ​ການ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢູ່ ​ແບ​ດ​ແດດ, ທ່ານ​ນາຍົກລັດຖະມົນຕີ ອີຣັກ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ຮັບ​ມື​ກັບ​ໄພ​ນາບ​ຂູ່​ດັ່ງກ່າວ​ຢ່າງ​ເຂັມ​ງວດ. ສ່ວນ​ທ່ານ John Kerry ​ໄດ້​ຢ້ຳຄືນ​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ​ແມ່ນ​ປົກ​ປ້ອງ​ຄວາມ​ສະຫງົບ ​ແລະ ​ເອກະລາດ​ຂອງ ອີຣັກ, ກໍ່​ຄື​ສະໜັບສະ​ໜູນ​ປະ​ເທດ​ນີ້​ໃນ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອ​າ​ເມ​ລິ​ກາ ​ເຫັນ​ດີ​ເຫັນ​ພ້ອມ​ວ່າ ISIL ​ແມ່ນ​ໄພ​ນາບ​ຂູ່​ສຳລັບ​ອີຣັກ ​ກໍ່​ຄື​ສຳລັບ​ພາກ​ພື້ນ ​ແລະ ​ໂລກ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​​ໂຄສົກ​ປ້ອງ​ກັນ​ຄວາ​ມສະຫງົບ​ຂອງ​ທ່ານ​ນາຍົກລັດຖະມົນຕີ Maliki ​ໃຫ້​ຮູ້​ວ່າ: ພົນທະຫານ​ ອີຣັກ ນັບ​ຮ້ອຍ​ຄົນ​ຖືກ​ທະຫານ​ກະບົດ​ເຂັ່ມຂ້າ. ​ໃນ​ຂະນະ​ນັ້ນ, ​ແຫຼ່ງຂ່າວ​ສືບ​ລາຊະ​ການ​ລັບ​ຂອງ ອີຣັກ ​ແລະ ຈໍ​ແດນ ​ໃຫ້​ຮູ້​ວ່າ: ບັນດາ​ກົກ​​ເຫຼົ່າ​ຊາວ​ຊັນ​ນີ ​ໄດ້​ຢືດ​ເອົາ​ສິດ​ຄວບ​ຄຸມ​ຢູ່​ດ່ານ​ຊາຍ​ແດນ​ແຫ່ງ​ໃຫຍ່ທີ່​ແຂວງ Anbar ພາກ​ຕາ​ເວັນ​ຕົກ ອີຣັກ, ຕິດ​ກັບ ຈໍ​ແດນ. ທະຫານ​ກະບົດ​ກໍ່​ຢືດຄອງ​ດ່ານ​ຊາຍ​ແດນ​ຕິດ​ກັບ ຊີຣີ.



ຂ່າວ/ບົດ​ອື່ນ