ນາຍົກລັດຖະມົນຕີອະນຸມັດຜ່ານແຜນການປະຕິບັດສົນທິສັນຍາອາຊຽນ ກ່ຽວກັບການຕ້ານກໍ່ການຮ້າຍ

ນາຍົກລັດຖະມົນຕີອະນຸມັດຜ່ານແຜນການປະຕິບັດສົນທິສັນຍາອາຊຽນ ກ່ຽວກັບການຕ້ານກໍ່ການຮ້າຍ - ảnh 1
(  ພາບປະກອບ )

(vovworld) -     ​ ວັນ​ທີ 15/8, ທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung ປະກາດ​ຂໍ້​ຕົກລົງ​ກ່ຽວ​ກັບ​ເລື່ອງອະນຸມັດ​ຜ່ານ​ແຜນການ​ປັນ​ຂະຫຍາຍ​ການປະຕິບັດ​ສົນທິສັນຍາ​ອາ​ຊຽນ ກ່ຽວ​ກັບ​ການ​ຕ້ານ​ກໍ່ການ​ຮ້າຍ. ແຜນການ​ຜັນ​ຂະຫຍາຍ​ການປະຕິບັດ​ສົນທິສັນຍາ​ອາ​ຊຽນ ກ່ຽວ​ກັບ​ການ​ຕ້ານ​ກໍ​່ການ​ຮ້າຍ​ໄດ້​ກຳນົດ​ເນື້ອ​ໃນ​ວຽກ​ງານ, ໜ້າ​ທີ່​ຮັບຜິດຊອບ ​ແລະ ​ແບ່ງ​ໜ້າ​ທີ່​ໃຫ້​ແກ່​ບັນດາ​ກະຊວງ, ອົງການ, ທ້ອງ​ຖິ່ນ​ຢ່າງ​ລະອຽດ​ໃນ​ການ​ຜັນ​ຂະຫຍາຍ​ການປະຕິບັດສົນທິສັນຍາ​ອາ​ຊຽນ ກ່ຽວ​ກັບ​ການ​ຕ້ານ​ກໍ​່ການ​ຮ້າຍ, ຮັບປະກັນ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູ​ນ, ກົດໝາຍ ​ແລະ ​ເງື່ອນ​ໄຂ​ຕົວ​ຈິງ​ໃນ​ສັງຄົມ​ຂອງ​ຫວຽດນາມ ​ແລະ ​ເພື່ອ​ແນ​ໃສ່​ປະຕິບັດ​ພາລະ​ໜ້າ​ທີ່ຂອງ​ບັນດາ​ປ​ະ​ເທດ​ສະມາຊິກ​ຢ່າງ​ຄົບ​ຖ້ວນ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳກໍ​່ການ​ຮ້າຍ; ປະ​ກອບ​ສ່ວນ​ສຳ​​ເລັດ​ລະບົບ​ກົດໝາຍ, ຍົກສູງ​ປະສິດທິ​ຜົນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ກໍ​່ການ​ຮ້າຍ. ​ເນື້ອ​ໃນ​ແຜນການ​ໄດ້​ປະກາດ​ໃຊ້​ພ້ອມ​ກັບ​ຂໍ​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ​ເຊິ່ງລວມມີ 6 ພາກ​ຄື: ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່​ສົນທິ​ສັນ​ຍາ ​ແລະ ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ກໍ​່ການ​ຮ້າຍ; ກວດກາ​ນຄືນ, ຫັນ​ເປັນ​ລະບົບ​ບັນດາ​ເອກະສານນິຕິ​ກຳກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ກໍ​່ການ​ຮ້າຍ; ຮ່ວມ​ມື​ກັບສາກົນ​ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ; ສ້າງ​ກົນ​ໄກສົມທົບ​ລະຫວ່າງ​ບັນດາ​ກະຊວງ, ອົງການ, ທ້ອງ​ຖິ່ນ​ໃນ​ການ​ກະທຳ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ… ຂໍ້​ຕົກລົງ​ນີ້​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 15/8/2012 ​ເປັນ​ຕົນ​ໄປ.
ຂ່າວ/ບົດ​ອື່ນ