ນາຍົກລັດຖະມົນຕີຮຽກຮ້ອງສະກັດກັ້ນແຫຼ່ງກໍ່ໃຫ້ເກີດການຕິດແປດ Covid-19

(VOVWORLD) -ຕອນເຊົ້າວັນທີ 09 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid-19.

ນາຍົກລັດຖະມົນຕີຮຽກຮ້ອງສະກັດກັ້ນແຫຼ່ງກໍ່ໃຫ້ເກີດການຕິດແປດ Covid-19 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: VGP)

ຄະນະຊີ້ນຳຄາດຄະເນວ່າ, ໃນໄລຍະຈະມາເຖິງຈຳນວນກໍລະນີຕິດພະຍາດ Covid-19 ສືບຕໍ່ເພີ່ມຂຶ້ນ ຍ້ອນມາຮອດປະຈຸບັນ, ບັນດາກໍລະນີສຳຜັດກັບຜູ້ຕິດເຊື້ອພະຍາດຄົນທີ 17 ໃນຖ້ຽວບິນ VN0054 ຍັງບໍ່ທັນໄດ້ຄວບຄຸມຢ່າງຂ້ຽວຂາດ. ຄະນະຊີ້ິ້ນຳສະເໜີຕໍ່ນາຍົກລັດຖະມົນຕີອະນຸຍາດໃຫ້ຢຸດຕິການຍົກເວັ້ນວີຊາສຳລັບ 8 ປະເທດລວມມີ: ສ.ເກົາຫຼີ, ແດນໝາກ, ນອກແວ, ແຟງລັງ, ຊູແອດ, ອັງກິດ, ເຢຍລະມັນ, ອີຕາລີ, ຝລັ່ງ, ແອັດສະປາຍ. ສຳລັບ 3 ປະເທດຄື ລັດເຊຍ, ຍີ່ປຸ່ນ, ເບລາຣຸດ ຈະຈັດວາງການຢຸດຕິການຍົກເວັ້ນວີຊາ ເມື່ອມີຈຳນວນກວ່າ 500 ກໍລະນີຕິດໂລກລະບາດ ຫຼືວ່າ ຈຳນວນກໍລະນີຕິດໂລກລະບາດ Covid-19 ໃນມື້ໜຶ່ງຫຼາຍກວ່າ 50 ກໍລະນີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ເຖິງວ່າມີ 30 ກໍລະນີຕິດ Covid-19 ແລ້ວກໍ່ຕາມ, ແຕ່ຫວຽດນາມ ໄດ້ປິ່ວປົວໃຫ້ 16 ກໍລະນີຫາຍດີແລ້ວ, ນັບທັງກໍລະນີຈາກ ອູ່ຫັ້ນ, ປະເທດຈີນ ເຂົ້າມາຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳແຫ່ງຊາດຍົກອອກທິດທາງລະອຽດ ເພື່ອສາມາດສະຫຼຸບຄວາມຈຳເປັນຕ້ອງສະກັດກັ້ນແຫຼ່ງກໍ່ໃຫ້ເກີດການຕິດແປດທີ່ໄດ້ເຂົ້າຫວຽດນາມ ຫຼື ມີຄວາມສ່ຽງຈະເຂົ້າຫວຽດນາມ, ຫຼຸດຜ່ອນບັນດາຄວາມເສຍຫາຍຍ້ອນ Covid-19 ແຜ່ລະບາດໃນວົງກວ້າງ. ທ່ານກ່າວວ່າ:

ຕ້ານໂລກລະບາດຄືຕ້ານສັດຕູ. ລັດຖະບານຍາມໃດກໍ່ກຳແໜ້ນສະພາບການ, ຮັບມືຢ່າງຮີບເຮັ່ງ, ຂ້ຽວຂາດ, ມີວິທີການແກ້ໄຂຢ່າງເປັນເຈົ້າການ, ມີການສົມທົບກັນລະຫວ່າງອຳນາດການປົກຄອງທ້ອງຖິ່ນ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດແຫ່ງຊາດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຢ່າງແໜ້ນແຟ້ນເພື່ອກະທຳ, ພ້ອມແລ້ວທີ່ຈະເສຍສະຫຼະຜົນປະໂຫຍດດ້ານເສດຖະກິດ ເພື່ອຮັກສາສຸຂະພາບໃຫ້ແກ່ ປະຊາຊົນ. ຫວຽດນາມມີກຳລັງຄວາມສາມາດ, ມີແຫຼ່ງກຳລັງພຽງພໍ ແລະ ຈິດໃຈ, ບົດຮຽນເພື່ອຄວບຄຸມໂລກລະບາດ, ຢັ້ງຢືນວ່າ ສຸຂະພາບຂອງ ປະຊາຊົນແມ່ນສຳຄັນທີ່ສຸດ. ລັດຖະບານຈະເປັນເຈົ້າການໃນແນວຮົບປົກປັກຮັກສາສຸຂະພາບໃຫ້ແກ່ ປະຊາຊົນ, ຕ້ອງມີຈິດໃຈເປັນເຈົ້າການຢ່າງສູງໃຫ້ຫຼາຍກ່ວາອີກ, ຈຳເປັນຕ້ອງມີບັນດາມາດຕະຖານຢ່າງແຂງແຮງເພື່ອສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນນັ້ນພວກເຮົາກໍ່ຕ້ອງເຮັດ.”

ຕອບກັບ

ຂ່າວ/ບົດ​ອື່ນ