ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມໂຕະມົນກັບເຄືອຂ່າຍຊ່ຽວຊານທົ່ວໂລກກ່ຽວກັບການພັດທະນາຂອງຫວຽດນາມ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມໂຕະມົນກັບເຄືອຂ່າຍຊ່ຽວຊານທົ່ວໂລກກ່ຽວກັບການພັດທະນາຂອງຫວຽດນາມ - ảnh 1
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມໂຕະມົນກັບເຄືອຂ່າຍ
ຊ່ຽວຊານທົ່ວໂລກກ່ຽວກັບການພັດທະນາຂອງຫວຽດນາມ

(ພາບ: TTXVN)


(vovworld)- ຕອນ​ບ່າຍ​ວັນ​ທີ 13/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ໂຕະ​ມົນ ນາ​ຍົກ​ລັດ​ຖະ​ມົນ​ຕີ ກັບ​ເຄືອ​ຂ່າຍ​ຊ່ຽວ​ຊານ​ທົ່ວ​ໂລກ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ​ສະ​ພາບ​ການ​ເສດ​ຖະ​ກິດ, ການ​ເມືອງ​ໂລກພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ ແລະ ຍາກ​ທີ່​ຄາດ​ຄະ​ເນ​ໄດ້, ໃນ​ຂະ​ນະ​ ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ເປີດກວ້າງ, ວົງ​ເງິນ​ຂາ​ເຂົ້າ​ຂາອ​ອກ​ເທົ່າ​ກັບ 170% GDP.  ຫວຽດ​ນາມ ຄວນ​ບັນ​ລຸ​ຄາດ​ໝາຍການ​ເຕີບ​ໂຕ, ຖ້າ​ຫາກ​ການ​ເຕີບ​ໂຕ​ຕ່ຳ ບັນ​ຫາ​ຫນີ້​ສາ​ທາ​ລະ​ນະ ແລະ ການ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທຸກ​ການ​ຜັນ​ແປ​ຂອງ​ໂລກ ລ້ວນ​ແຕ່​ສົ່ງ​ຜົນ​ກະ​ທົບ​ເຖິງ​ຫວຽດ​ນາມ. ສະ​ນັ້ນ ລັດ​ຖະ​ບານ​ຫວຽດ​ນາມ​ຢາກ​ຮັບ​ຟັງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຂໍ້​ຕິດ​ຂັດ​ສຳ​ຄັນ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ລະ​ບອບ​ນະ​ໂຍ​ບາຍ​ຢ່າງ​ເປີດ​ອົກ​ເປີດ​ໃຈ, ຈິງ​ໃຈ ແລະ ກົງ​ໄປ​ກົງ​ມາ


ຂ່າວ/ບົດ​ອື່ນ