ນາຍົກລັດຖະມົນຕິເປັນປະທານກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການ ໄດ້ມານະພະຍາຍາມປະຕິບັດຍຸດທະສາດເຫັນເປັນດີຈີຕອນ.
ນາຍົກລັດຖະມົນຕິເປັນປະທານກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ - ảnh 1ກອງປະຊຸມສະຫຼຸບ 2 ປີແຫ່ງການປະຕິບັດມະຕິເລກທີ 17
(ພາບ: TTXVN)

ຕອນບ່າຍວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ ໄດ້ຈັດກອງປະຊຸມສະຫຼຸບ 2 ປີແຫ່ງການປະຕິບັດມະຕິເລກທີ 17, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫງວຽດນາມ ຫງວຽນຊວັນຟຸກ, ປະທານຄະນະກຳມະການ.

        ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການ ໄດ້ມານະພະຍາຍາມປະຕິບັດຍຸດທະສາດເຫັນເປັນດີຈີຕອນ. ມາຮອດປະຈຸບັນໄດ້ມີກວ່າ 5% ກະຊວງ, ຂະແໜງການ, ທ້ອງຖິ່ນກໍ່ສ້າງ ແລະ ເລີ່ມຜັນຂະຫຍາຍບັນດາໂຄງການຫັນເປັນດີຈີຕອນ, ເຊິ່ງແມ່ນມາດຕະການແກ້ໄຂສຳຄັນໃນການຊຸກຍູ້ການເຕີບໂຕ.

        ບົນພື້ນຖານຂອງລັດຖະບານເອເລັກໂຕນິກ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂຸດຄົ້ນບັນດາການບໍລິການທີ່ສະໜອງຂໍ້ມູນລວມແຫ່ງຊາດຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ປະຕິບັດຍຸດທະສາດ, ແຜນການ, ໂຄງການ, ແຜນຮ່າງຫັນເປັນດີຈີຈອນໃຫ້ສົມບູນແບບ, ຕັດສິນໃຈປະຕິບັດໂຄງການຫັນປະເທດຊາດເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ