ນາຍົກລັດຖະມົນຕີໄທປະກາດຍຸດທະສາດການພັດທະນາດ້ານເສດຖະກິດໃໝ່

ນາຍົກລັດຖະມົນຕີໄທປະກາດຍຸດທະສາດການພັດທະນາດ້ານເສດຖະກິດໃໝ່ - ảnh 1
ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣະຍຸດ ຈັນ​ໂອຊາ
(ພາບ: TTXVN)

(vovworld) – ​ ​ ວັນ​ທີ 20/9, ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣະຍຸດ ຈັນ​ໂອຊາ ​ໄດ້​ປະກາດ​ຍຸດ​ທະ​ສາດ​ສ້າງສາ “ລັດ​ຂອງ​ປະຊາຊົນ” ດ້ວຍ​ເປົ້າ​ໝາຍ​ເສີມ​ຂະຫຍາຍ​ກຳ​ລັງ​ແຮງ​ສັງລວມຂອງ ລັດ, ປະຊາຊົນ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີໄຂ​ເວທີ​ປາ​ໄສ “ສາມັກຄີ​ແຫ່ງ​ລັດ ​ແລະ ປະຊາຊົນ​ເພື່ອ​ພື້ນຖານ​ເສດຖະກິດ​ຂອງ​ປະຊາຊົນ” ຢູ່​ນະຄອນຫລວງ ບັງ​ກອກ, ທ່ານ​ນາຍົກລັດຖະມົນຕີ ປຣະຍຸດ ຈັນ​ໂອຊາ ໃຫ້ຮູ້​ວ່າ: ຍຸດ​ທະ​ສາດ​ນີ້​ ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ພື້ນຖານ​ເສດຖະກິດ​ແຕ່​ລະດ​ັບຮາກ​ຖານ​ ແລະ ໜູນ​ຊ່ວຍ​ບັນດາ​ປະຊາ​ຄົມ, ວິ​ສາ​ຫະກິດ ທ້ອງ​ຖິ່ນ. ຕາມ​ນັ້ນ, ການ​ພົວພັນ​ລະຫວ່າງ​ປະຊາຊົນ, ລັດ ​ແລະ ວິ​ສາ​ຫະກິດຈະ​ສະ​ເໝີ​ພາບ, ມີ​ຄວາມ​ໝາຍ​ວ່າ: ບັນດາ​ຝ່າຍ​ຈະ​ມີ​ຄວາມ​ຮັບຜິດ​ຊອບຄື​ກັນ, ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັັນ ​ເພື່ອ​ບັນລຸ​ເປົ້າໝາຍ​ລວມ ​ນັ້ນແມ່ນ​ການ​ພັດທະນາ​ແບບຍືນ​ຍົງ​ຂອງ​ພື້ນຖານ​ເສດຖະກິດ. ລັດຖະບານ ​ໄທ ຈະ​ສວມ​ບົດບາດ​ຜູ້​ປະສານ​ງານ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ເອກະ​ຊົນ ​ແລະ ປະຊາຊົນ.

       

ຂ່າວ/ບົດ​ອື່ນ