ນາຍົກລັດຖະມົນຕີໄທປະຕິເສດການປະກາດຄຳສັ່ງອະໄພຍະໂທດການເມືອງ

ນາຍົກລັດຖະມົນຕີໄທປະຕິເສດການປະກາດຄຳສັ່ງອະໄພຍະໂທດການເມືອງ - ảnh 1
ພາບປະກອບ

(vovworld) – ກ່າວ​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​ຢູ່​ຫ້ອງ​ວ່າການສຳນັກງານ​ນາຍົກລັດຖະມົນຕີ​ໃນ​ວັນ​ທີ 1/7, ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​​ໂອຊາ ຖື​ວ່າ: ທ່ານ​ຈະ​ບໍ່​ອະນຸຍາດ​ໃຫ້​ການ​ເຕົ້າ​ໂຮ​ມຂອງ​ບັນດາ​ນັກ​ການ​ເມືອງ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄຳ​ສັ່ງ​ອະ​ໄພ​ຍະ​ໂທດ​ໃຫ້​ບັນດາ​ນັກ​ການ​​ເມືອງ ​ແລະ ຜູ້ນຳ​ການ​ແຫ່​ຂະ​ບວນປະ​ທ້ວງ​ພວມ​ມີ​ບັນຫາ​ດ້ານ​ກົດໝາຍ. ປະຈຸ​ບັນ, ອຳນາດ​ການ​ປົກຄອງ​ການ​ທະຫານ​ຂອງ ​ໄທ ພວມ​ຈັດ​ວາງ​ຄຳ​ສັ່ງ​ເກ​ືອດຫ້າມ​ການ​ເຕົ້າ​ໂຮ​ມນັກ​ການ​ເມືອງ​ແຕ່ 5 ຄົນ​ຂຶ້ນ​ໄປ. ທ່ານ ປາຣາຢຸດ ​ເວົ້າ​ວ່າ: “​ເຂົາ​ເຈົ້າ​ສາມາດ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​​ເຂົ້າ​ເຈົ້າ​ຫວັງຢາກປະຕິບັດ ​ເວັ້ນ​ເສຍ​ແຕ່​ສິ່ງ​ດັ່ງກ່າວ​ບໍ່​ໄປ​ຝືນ​ກັບ​ກົດໝາຍ”. ກ່ຽວ​ກັບ​ຄວາມ​ສາມາດ​ປະກາດ​ຄຳ​ສັ່ງ​ອະ​ໄພ​ຍະ​ໂທດ, ທ່ານ​ນາຍົກລັດ​ຖະມົນຕີ ປາຣາຢຸດ ​ເວົ້າ​ວ່າ: ບັນດາ​ບຸກຄົນ​ມີ​ການ​ກະທຳ​ລະ​ເມີດກົດໝາຍ​ຈະ​ຖືກ​ຕັດສິນ​ລົງ​ໂທດ​ຢ່າງ​​ເຄັ່ງ​ຄັດ ​ແລະ ບໍ່​ສາມາດ​ອະ​ໄພ​ຍະ​​ໂທດ​ໃຫ້​ເຂົາ​ເຈົ້າ​ເພື່ອ​ແລກເອົາ​ການ​ສົ່ງ​ຜົນ​ສະທ້ອນ​ຕໍ່ສັນຕິພາບ​ຂອງ​ປະ​ເທດ​ຊາ​ດ​ໄດ້.


ຂ່າວ/ບົດ​ອື່ນ