ນາຍົກລັດຖະມົນຕີໄທເຫັນດີເຈລະຈາກັບການນຳຝ່າຍຄ້ານ

ນາຍົກລັດຖະມົນຕີໄທເຫັນດີເຈລະຈາກັບການນຳຝ່າຍຄ້ານ - ảnh 1
ຜູ້ແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ
(ພາບ: sggp.org.vn)


(vovworld) – ວັນ​ທີ 26/11, ທ່ານ​ນາງ​ນາຍົກລັດຖະມົນຕີ ​​ໄທ ຍິງ​ຣັກ ຊິນ​ນະ​ວັດ ​ໄດ້​​ເຫັນ​ດີ​ເຈລະຈາ​ກັບ​ຜູ້​ນຳການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ອະດີດ​ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກ​ປະຊາທິປັດ​ຝ່າ​ຍຄ້ານ ສຸ​ເທບ ​ເທືອ​ກສຸວັນ ນຳ​ໜ້າ ​ແລະ ຖື​ວ່າ: ການ​ແຫ່​ຂະ​ບວນປະ​ທ້ວງ​ແມ່ນ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ແຕ່​ວ່າຕ້ອງ​ແມ່ນການ​ແຫ່​ຂະ​ບວນປະ​ທ້ວງ​ບໍ່​​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ມີ​ລັກສະນະ​ສ້າງສັນ. ກ່າວ​ຄຳ​ເຫັນ​ໃນ​ສະພາບ​ທີ່ພວມ​ດຳ​ເນີນການ​​ໂຕ້​ວາທີ​ບໍ່​ໄວ້​ວາງ​ໃຈ​ມື້​ທຳ​ອິດ​ຢູ່​ສະພາ​ຜູ້​ແທນ​ລາດ​ຊະ​ດອນ, ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຖື​ວ່າ: ການ​​ໂຕ້​ວາທີ​ນີ້​ແມ່ນ​ເໝາະ​ສົມ​ຢ້ອນ​ວ່າ​ນີ້ກໍ່​ແມ່ນ​ວິທີ​​ເພື່ອ​ຢັ້ງຢືນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ນາຍົກລັດຖະມົນຕີພາຍຫຼັງ​ດຳລົງ​ຕຳ​ແໜ່​ງ​ເປັນ​ເວລາ 2 ປີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕໍ່ໜ້າ​ຄວາມດັນ​ຂອງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ນາຍົກລັດຖະມົນຕີ ​ໄທ ຖື​ວ່າ: ຄວນ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ສະພາບ​ສັບສົນ​ໃນ​ປະຈຸ​ບັນ. ນາຍົກລັດຖະມົນຕີ ​ໄທ ກໍ່​ຮຽກຮ້ອງ​ໃຫ້​ປະຊາຊົນ ບໍ່​​​ໄດ້​ປິດ​ລ້ອມບັນດາ​ສຳນັກງານ​ແຫ່ງ​ລັດ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຕ້ອງ​ລະງັບ​ໃຈ​ໃນ​ການແກ້​ໄຂ, ຄວບ​ຄຸມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃຫ້ຖືກ​ຕາມ​ກົດໝາຍ.

        ​ໃນ​ສະພາບ​ການ​ກ່ຽວ​ຂ້ອງ, ຕອນ​ຄຳ່​ວັນ​ທີ 26/11, ​ໂດ​ຍບໍ່​ຫົວຊາ​ຕໍ່​ການ​ຕັດສິນ​ຈັບ​ຕົວ​ຂອງສານ​ອາຍາ ​ໄທ ​ແລະ ການ​ນຳ​ໃຊ້ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະຫງົບ​ພາຍ​ໃນ ໃນ​ທົ່ວນະຄອນຫຼວງ ບາງກອກ, ຫົວໜ້າ​ການ​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ເທືອ​ກສຸວັນ  ຍັງ​ປະກົດ​ຕົວ ​ແລະ ກ່າວ​ຄຳ​ເຫັນ​ຕໍ່ໜ້າຜູ້​ທີ່​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ບໍລິ​ເວັນ​ສຳນັກງານ​ກະຊວງ​ການ​​ເງິນ ​ແລະ ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ນັບ​ພັນ​ຄົນສະໜັບສະໜູນ​ການຕ້ານ​ລັກ​ຖະບານ​ຈົນ​ເວລາ​ໄດ້​ຮັບ​ຜົນ.

 

ຂ່າວ/ບົດ​ອື່ນ