ນາມດິ້ງຄວນສຸມກຳລັງທັງໝົດເພື່ອຟື້ນຟູການຜະລິດພາຍຫຼັງພາຍຸ

ນາມດິ້ງຄວນສຸມກຳລັງທັງໝົດເພື່ອຟື້ນຟູການຜະລິດພາຍຫຼັງພາຍຸ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ ນາມ​ດິ້ງ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​ເມື່ອກວດກາ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາຍຸ​ເລກ 1 ​ແລະ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ ນາມ​ດິ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ, ນາມ​ດິ້ງ​ຄວນ​ສຸ​ມກຳລັງ​ທັງ​ໝົດ​ເພື່ອ​ຟື້ນ​ຟູ​ການ​ຜະລິດ​, ລະບາຍ​ນຳ້​ກູ້​ເອົາ​ເຂົ້າ ​ແລະ ພືດ; ພ້ອມ​ທັງ​ຊ່ວຍ​​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​​ເປັນ​ປົກ​ກະຕິ.ທ່ານນາຍົກລັດຖະ ມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​ແຂວງ ນາມ​ດິ້ງ​ຄວນ​ຄິດ​ໄລ່, ມີ​ມາດ​ຕະການ​ແກ້​ໄຂ​ບັນ​ດາເນື້ອ​ທີ່​ເຂົ້າ ​ແລະ ພືດ​ຖືກ​ຜົນ​ສະທ້ອນ, ບໍ່​ປະ​ໃຫ້​ປະລິມານ​ການ​ຜະລິດ​ທັນ​ຍາ​ຫານ​ຖືກ​ຂາດ​ແຄນ. ບັນດາ​ເນື້ອ​ທີ່​ປູກ​ເຂົ້າ​ທີ່​ຖືກ​ພາຍຸ​ທຳລາຍ, ທາງ​ທ້ອງ​ຖີ່​ນຄວນ​ຜັນ​ຂະຫຍາຍ​ການ​ປູກ​ໃຫມ່ ຫຼື​ຫັນປ່ຽນ​ຜົນລະປູກ​ໃຫ້​ເໝາະ​ສົມ, ຮັບປະກັນ​ລະດູ​ການ​ປູກຝັງ ​ແລະ ສະມັດ​ຕະພາບ. ນອກ​ນັ້ນ​ທ່ານ​ນາຍົກລັດຖະມົນຕີກໍ່​ຮຽກຮ້ອງ​ແຂວງ​ນາມ​ດິ້ງ ຄວນ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ໃຫ້​ປະຊາຊົນ​ຍົກ​ສູງ​ສະຕິ​ລະວັງ​ຕົວ, ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານ​ພາຍຸ, ​ເພາະວ່າ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ ​ເພື່ອ​ຈຳກັດ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ