ນາໂຕ ຄິດໄລ່ຊັ່ງຊາເພີ່ມກຳລັງທະຫານຢູ່ອາບການິດສະຖານ

ນາໂຕ ຄິດໄລ່ຊັ່ງຊາເພີ່ມກຳລັງທະຫານຢູ່ອາບການິດສະຖານ - ảnh 1
ທ່ານ​ Jens Stoltenberg, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ນາ​ໂຕ
(ພາບ: EPA/ TTXVN)

(vovworld) - ທ່ານ​ Jens Stoltenberg, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ນາ​ໂຕ ໄດ້​ປະ​ກາດ​ວ່າ ອົງ​ການ​ນາ​ໂຕ ພວມ​ຄິດ​ໄລ່​ຊັ່ງ​ຊາ​ເພີ່ມ​ທະ​ວີ​ກຳ​ລັງ​ທະ​ຫານ​ຂອງ​ກຸ່ມສຳ​ພັນ​ທະ​ມິດນີ້​ຢູ່ ອາບ​ກາ​ນິດ​ສະ​ຖານ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ໜ​ູນ​ຊ່ວຍກອງ​ທັບ​ປະ​ເທດນີ້​ໃນ​ບັ້ນ​ຮົບ​ຕ້ານ​ຄືນ​ບັນ​ດາ​​​ຊາວ​ມຸດ​ສະ​ລິມລູກ​ຮື​ຂຶ້​ນ. ວັນ​ທີ 30/4, ເມື່ອ​ຕອບ​ສຳ​ພາດ​ຕໍ່​ໜັງ​ສື​ພິມ Welt am Sonntag ຂ​ອງ ເຢຍ​ລະ​ມັນ, ທ່ານ Jens Stoltenberg ໃຫ້​ຮູ້​ວ່າ ​ກຸ່ມສຳ​ພັນ​ທະ​ມິດ​ການ​ທະ​ຫານ​ຂອງ 28 ປະ​ເທດສະ​ມາ​ຊິກ ນາ​ໂຕ ພວມ​ຄິດ​ໄລ່​ຊັ່ງ​ຊາ ເລື່ອງ​ເພີ່ມ​ທະ​ວີ​ກຳ​ລັງ​ທະ​ຫານ​ຂຶ້ນ​ກັບ​ພາ​ລະ​ກຳ “ໜ​ູນ​ຊ​່ວຍ​ຢ່າງ​ເດັດ​​ດ່ຽວ” ຍ້ອນ​ສາຍ​ເຫດ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ ຢູ່ ອາບ​ກາ​ນິດ​ສະ​ຖານ. ປະ​ຈຸ​ບັນ, ຈຳ​ນວນ​ທະ​ຫານ​ປະ​ຕິ​ບັດ​ພາ​ລະ​ກຳ​ນີ້​ແມ່ນ​ປະ​ມານ 13.000 ຄົນ. ນາ​ໂຕ ຈະ​ຍົກ​ອອກ​ຄຳ​ຕັດ​ສິນ​ກ່ອນ​ທ​້າຍ​ເດືອນ 6 ຈະ​ມາ​ເຖິ​ງ​ກ່ຽວ​ກັບ​ຄວາມ​ສາ​ມາ​ດ​ເພີ່ມ​ຈຳ​ນວນ​ທະ​ຫານ ແລະ ແກ່​ຍາວ​ເວ​ລາ​ຜັນ​ຂະ​ຫຍາຍ​ທະ​ຫານ​ຢູ່ ອາບ​ກາ​ນິດ​ສະ​ຖານ.


ຕອບກັບ

ຂ່າວ/ບົດ​ອື່ນ