ນາໂຕ ບັນລຸໄດ້ຂໍ້ຕົກລົງກ່ຽວກັບມາດຕະຖານລາຍຈ່າຍໃຫ້ແກ່ການປ້ອງກັນຊາດ

(VOVWORLD) - ຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ນັ້ນ ໄດ້ເປີດຊ່ອງທາງໃຫ້ບັນດາການນຳ 32 ປະເທດ ນາໂຕ ລົງນາມເອກະສານເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດ ທີ່ກອງປະຊຸມສຸດຍອດຈະມາເຖິງ, ເຊິ່ງຈະຈັດຂຶ້ນຢູ່ La Haye, ປະເທດ ໂຮນລັງ.

ວັນທີ 22 ມິຖຸນາ, ບັນດາປະເທດສະມາຊິກ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ບັນລຸໄດ້ຂໍ້ຕົກລົງທີ່ມີລັກສະນະຫຼັກການກ່ຽວກັບມາດຕະຖານໃໝ່, ສູງກວ່າຫຼາຍພໍສົມຄວນສຳລັບລາຍຈ່າຍປ້ອງກັນຊາດ. ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກເພີ່ມງົບປະມານດ້ານປ້ອງກັນຊາດ ຈາກລະດັບ 2% ຂຶ້ນເປັນ 5% GDP. ຫຼັງຈາກນັ້ນ, ຂໍ້ສະເໜີດັ່ງກ່າວໄດ້ດັດປັບເປັນ 3,5% GDP ເພື່ອຈ່າຍໃຫ້ແຕ່ການປ້ອງກັນຊາດ, ພ້ອມກັບ 1,5% ໃຫ້ແກ່ພື້ນຖານໂຄງລ່າງ ແລະ ບັນດາການບໍລິການທີ່ກ່ຽວຂ້ອງ ແລະ ເປີດກວ້າງຂະແໜງອຸດສາຫະກຳປ້ອງກັນຊາດ - ຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດ.

ຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ນັ້ນ ໄດ້ເປີດຊ່ອງທາງໃຫ້ບັນດາການນຳ 32 ປະເທດ ນາໂຕ ລົງນາມເອກະສານເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດ ທີ່ກອງປະຊຸມສຸດຍອດຈະມາເຖິງ, ເຊິ່ງຈະຈັດຂຶ້ນຢູ່ La Haye, ປະເທດ ໂຮນລັງ.

ຕອບກັບ

ຂ່າວ/ບົດ​ອື່ນ