ນາໂຕ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ

(VOVWORLD) - ອົງການ ນາໂຕ ໄດ້ສ້າງຕັ້ງຂຶ້ນພາຍຫຼັງການເຊັນສົນທິສັນຍາມະຫາສະໝຸດອັດລັງຕິກເໜືອຢູ່ ວໍຊິງຕັນ (ຫຼື ເອີ້ນວ່າສົນທິສັນຍາ ວໍຊິງຕັນ), ໃນວັນທີ 04 ເມສາ 1949
ນາໂຕ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ - ảnh 1ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ຈັດຂຶ້ນຢູ່ສຳນັກງານຂອງສຳພັນທະມິດທີ່ນະຄອນຫຼວງ ບຣຸກແຊນ
(ພາບ: TTXVN)

        ວັນທີ 04 ເມສາ, ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ) ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ຢູ່ສຳນັກງານຂອງສຳພັນທະມິດທີ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ນາໂຕ, ຈັດຂຶ້ນແຕ່ວັນທີ 03 – 0 4 ເມສາ. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 32 ປະເທດສະມາຊິກ ນາໂຕ.

        ອົງການ ນາໂຕ ໄດ້ສ້າງຕັ້ງຂຶ້ນພາຍຫຼັງການເຊັນສົນທິສັນຍາມະຫາສະໝຸດອັດລັງຕິກເໜືອຢູ່ ວໍຊິງຕັນ (ຫຼື ເອີ້ນວ່າສົນທິສັນຍາ ວໍຊິງຕັນ), ໃນວັນທີ 04 ເມສາ 1949, ໂດຍລັດຖະມົນຕີການຕ່າງປະເທດຂອງ 12 ປະເທດ, ເພື່ອສ້າງຕັ້ງອົງການການເມືອງ - ການທະຫານ, ຮັບຜິດຊອບການປ້ອງກັນຜືນແຜ່ນດິນລວມຂອງບັນດາປະເທດສະມາຊິກ.

        ເພື່ອສ້າງຂີດໝາຍ 75 ປີແຫ່ງວັນເຊັນສົນທິສັນຍາ, ສົນທິສັນຍາ ວໍຊິງຕັນ ໄດ້ວາງສະແດງໃນວັນທີ 04 – 05 ເມສາ ຢູ່ສຳນັກງານ ນາໂຕ ຢູ່ ແບນຊິກ. ເນື່ອງໃນໂອກາດນີ້, ຢູ່ ບຣຸກແຊນ, ບັນດາອະນຸສາວະລີຂອງນະຄອນລ້ວນແຕ່ໄດ້ຮັບການປະດັບປະດາດ້ວຍສີສັນຂອງ ນາໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ