ນາໂຕ ເລີ່ມຕົ້ນພາລະກຳຝຶກຊ້ອມໃຫ້ກອງທັບ ອາບປາກິດສະຖານ

(VOVWORLD) - ພາລະກຳ “ເດັດດຽວການໜູນຊ່ວຍ” ໂດຍອົງການສົນທິສັນຍາ ອັດລານຕິກເໜືອ (ນາໂຕ) ນຳໜ້າ ໄດ້ເລີ່ມຕົ້ນການຝຶກຊ້ອມໃຫ້ບັນດາກົມກອງຂອງທະຫານບົກແຫ່ງຊາດ ອາບປາກິດສະຖານ ຢູ່ແຂວງ Heart ທາງທິດຕາເວັນຕົກຂອງປະເທດນີ້. 
ນາໂຕ ເລີ່ມຕົ້ນພາລະກຳຝຶກຊ້ອມໃຫ້ກອງທັບ ອາບປາກິດສະຖານ - ảnh 1 ນາໂຕ ເລີ່ມຕົ້ນພາລະກຳຝຶກຊ້ອມໃຫ້ກອງທັບ ອາບປາກິດສະຖານ (ພາບ: AFP/ TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 12 ພະຈິກ, ຜູ້ບັນຊາກອງທັບ ອາບປາກິດສະຖານ ຢູ່ທາງທິດຕາເວັນຕົກ, ນາຍພົນ Mohammad Nasir Hedayat ໃຫ້ຮູ້ວ່າ: ໃນບັ້ນຝຶກຊ້ອມທີ່ເລີ່ມຕົ້ນແຕ່ວັນທີ 12 ພະຈິກ, ພົນທະຫານ ອາບປາກິດສະຖານ ນັບຮ້ອຍຄົນໄດ້ຮ່ຳຮຽນບັນດາວິທີການ ແລະ ມາດຕະການຕ່າງໆ ເພື່ອແນໃສ່ສູ້ຮົບຕ້ານຄືນບັນດາພາກສ່ວນກໍ່ການຮ້າຍ. ບັ້ນຝຶກຊ້ອມນີ້ ແກ່ຍາວເປັນເວລາ 4 ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ