ນາໂຕຈັດການປະຊຸມດ່ວນ ພາຍຫຼັງຊີຣີ ຍິງເຮືອບິນຕວກກີຕົກ

ນາໂຕຈັດການປະຊຸມດ່ວນ ພາຍຫຼັງຊີຣີ ຍິງເຮືອບິນຕວກກີຕົກ - ảnh 1

ເຮືອບິນ F-4 ຂອງ​ຕວກກີ

(ພາບ:xaluan.com)​

( vovworld ) –  ວັນ​ທີ 24/6/2012, ອົງການ​ນາ​ໂຕ​ໄດ້​ປະກາດ​ຈະ​ຈັດການ​ປະຊຸມ​ດ່ວນ​ໃນ​ວັນ​ທີ 26/6 ທີ່​ຈຂະ​ມາ​​ເຖິງ ​ເພື່ອ​ພິຈາລະ​ນາ​ເຫດການ​​ເຮື​ອບິນ​ສູ່​ຮົບ​ຂອງ​ຕວກກີ ຖືກ​ທະຫານ​ຊີຣີ ຍິງ​ຕົກ. ທ່ານ Ahmed Davutoglu ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕວກກີ ​ໃຫ້​ຮູ້​ວ່າ: ​ເຮືອບິນ F-4 ​ໄດ້​ລະ​ເມີດ​ເຂດ​ນ່ານຟ້າ​ຊີຣີ ​ໃນ​ໄລຍະ​ເວລາ​ສັ້ນໆ, ຫຼັງ​ຈາກ​ນັ້ນ ​ຂະນະ​ທີ່​ພວມ​ບິນ​ໃນ​ເຂດ​ນ່ານຟ້າ​ສາກົນ​ພັດ​ຖືກ​ຍິງ​ຕົກ. ​ເຮືອບິນລຳ​ດັ່ງກ່າວ​ກຳລັງ​ປະຕິບັດ​ໜ້າ​ທີ່​ຝຶກ​ຊ້ອມ, ດຳ​ເນີນ​ການ​ກວດກາ​ລະບົບ ຣາດາ ຫາກ​ບໍ່​ແມ່ນ​ປະຕິບັດ​ໜ້າ​ທີ່​ສອດ​​ແນມ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຕວກກີ ​ເວົ້າວ່າ​ຈະ​ນຳ​ເຫດການ​ນີ້​ຂຶ້ນ​ສານ​ສາກົນ. ສ່ວນ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ພັດ​ຢືນຢັນ​ວ່າ ຊີຣີ ພຽງ​ແຕ່​ປະຕິບັດ​ສິດ​ປ້ອງ​ກັນ​ຕົວ​ເອງ, ຫາກບໍ່​ແມ່ນ​ການ​ກະທຳ​ເກາະ​ຜິດ. ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ປະກາດ​ວ່າ: ເຮືອບິນ F-4 ຖືກ​ຍິງ​ຕົກ​ໃນ​ຂະນະ​ທີ່​ກຳລັງ​ບິນ​ໃນ​ເຂດ​ນ່ານຟ້າ​ນຂອງ​​ຊີຣີ ແລະ ບິນ​ຜ່ານ​ເຂດນ່ານ​ທະ​ເລປະ​ເທດ​ນີ້ .

ຂ່າວ/ບົດ​ອື່ນ