ນາໂຕຍົກອອກຫົວຂໍ້ຕົົ້ນຕໍຢູ່ກອງປະຊຸມກັບລັດເຊຍ

ນາໂຕຍົກອອກຫົວຂໍ້ຕົົ້ນຕໍຢູ່ກອງປະຊຸມກັບລັດເຊຍ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ນາ​ໂຕ Jens Stoltenberg
(ພາບ: AFP)

(vovworld) – ອົງ​ການ​ນາ​ໂຕ ຈະ​ດຳ​ເນີນກອງ​ປະ​ຊຸມ​ກັບ ລັດ​ເຊຍ ພາຍຫຼັງ​​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມນີ້​ຈະ​​ດຳ​ເນີນໃນ​ວັນ​ທີ 8 – 9/7 ຢູ່​ນະ​ຄອນ Vacsava (ປະ​ເທດ ໂປ​ໂລຍ). ກ່່າ​ວ​ຄຳ​ເຫັນ​ໃນ​ວັນ​ທີ 4/7 ຢູ່​ປະ​ເທດ ແບນ​ຊິກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ນາ​ໂຕ Jens Stoltenberg ຖະ​ແຫຼງວ່າ ນາ​ໂຕ​ ຈະ​ສື​ບ​ຕໍ່​ແມ່ນ​ອົງ​ການ​ທີ່​ມີ​ຄວາມ​ຮັ​ບ​ຜິດ​ຊອບ, ປອດ​ໄສ ແລະ ພ້ອມ​ແລ້ວ​ທີ່​ຈະ​ໂອ້​ລົ​ມ​ສົນ​ທະ​ນາ​ກັບ ລັ​ດ​ເຊຍ. ທ່ານ Stoltenberg ຕີ​ລາ​ຄາ​ວ່າ ກອງ​ປະ​ຊຸມ ລັດ​ເຊຍ - ນາ​ໂຕ​ ສວມ​ບົດ​ບາດ​ສຳ​ຄັນ​ຄື​ດັ່ງ​ເວ​ທີ​ປາ​ໄສ​ເພື່ອ​ໂອ້​ລົມ​ສົນ​ທະ​ນາ ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ຄາດ​ຄະ​ເນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ນາ​ໂຕ ຢັ້ງ​ຢືນ​ວ່າ: ພັນ​ທະ​ມິດ​ການ​ທະ​ຫານນີ້​ພວມ​ຕ້ອງ​ປ​ະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ​ຈາກ​ທິດ​ທີ່​ແຕກ​ຕ່າງ​ກັນ ແລະ ພວມ​ມີ​ແຜນ​ການ​ເພີ່ມ​ທະ​ວ​ີ​ກຳ​ລັງ​ໃຫຍ່ຫຼວງ​ທີ່​ສຸດ​ນັບ​ແຕ່​ພາຍຫຼັງ​ສົງ​ຄາມ​ເຢັນ.

        ການ​ພົວ​ພັນ​ລະ​ຫວ່າງ ນາ​ໂຕ ແລະ ລັດ​ເຊຍ ​ໄດ້​ກາຍ​ເປັນ​ຄວາມເຄັ່ງ​ຕຶງ ແລະ ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນຫຼາຍ​ຢ່າງ​ພາຍຫຼັງ​ເຫດ​ການ ສະ​ຫະ​ພັນ ລັດ​ເຊຍ ໂຮມ​ເຂົ້າ​ແຫຼມ Crimea ​ເມື່ອ​ເດືອນ 3/2014. ພາຍຫຼັງ​ເຫດ​ການນີ້, ນາ​ໂຕ​ໄດ້​​ຕົກ​ລົງ​ລົບລ້າງ​ກົນ​ໄກ​ຮ່ວມ​ມື​ດ້ານ​ການ​ທະ​ຫານ ແລະ ພົນ​ລະ​ເຮືອນ​ກັບ ລັດ​ເຊຍ.


ຂ່າວ/ບົດ​ອື່ນ