ນາໂຕສິ້ນສຸດການສູ້ຮົບ ເປັນເວລາ 13 ປີຢູ່ ອາບການິສະຖານຢ່າງ ເປັນທາງການ


ນາໂຕສິ້ນສຸດການສູ້ຮົບ ເປັນເວລາ 13 ປີຢູ່ ອາບການິສະຖານຢ່າງ ເປັນທາງການ - ảnh 1

 (ພາບ: AP )

(vovworld)- ​ ​ ວັນ​ທີ 28/12, ອົງການ​ນາ​ໂຕ​ໄດ້ສິ້ນສຸດພາລະ​ກຳ​ການ​ສູ້​ຮົບທີ່​ແກ່ຍາວ​ເປັນ​ເວລາ 13 ປີ​ຢູ່​ອາບ​ກາ​ນິສະຖານ​ຢ່າງ​ເປັນ​ທາງ​ການ ດ້ວຍ​ພິທີ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ກາ​ບູນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ນາຍ​ພົນ John Campbell ຫົວໜ້າບັນຊາ​ການ​ກຳລັງ​ນາ​ໂຕ ຢູ່ ອາບ​ກາ​ນິສະຖານ​ ​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ບັນລຸ​ໄດ້​ໃນ​ການ​ຕ້ານ​ພວກ​ທະຫານ​ກະບົດ Taliban ຢູ່ ອາບ​ກາ​ນິສະຖານ​, ທ່ານ​ຢືນຢັນ​ວ່າ, ນາ​ໂຕ​ຊ່ວຍ ອາບ​ກາ​ນິສະຖານ​ ມີ​ຄວາມ​ເຂັ້ມ​ແຂງ​ກ່ວາ ​ແລະ ​ເຮັດ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ມີ​ຄວາມ​ປອດ​ໄພ​ກ່ວາ. ນາຍ​ພົນ John Campbell ກໍ່​ຍອມຮັບ​ວ່າ​​ເສັ້ນທາງ​ໃນ​ຕໍ່ໜ້າ​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ແຕ່​ສະ​ແດງ​ຄວາມ​ເຊື່ອໝັ້ນຕໍ່​ໄຊຊະນະ​ສຸດ​ທ້າຍ.

  ນັບ​ແຕ່​ວັນ​ທີ 1/1/2015 ​ເປັນຕົ້ນ​ໄປ​ທະຫານ​ຂຶ້ນ​ກັບ​ກຳລັງ​ໜູນ​ຊ່ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ 12.500 ຄົນ​ຢູ່ ອາບ​ກາ​ນິສະຖານ ​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ​ຈະ​ບໍ່​ເຂົ້າຮ່ວມ​ການ​ສູ້​ຮົບ, ຫາກ​ຫັນ​ມາ​ປະຕິບັດ​ໜ້າ​ທີ່​ຝຶກ​ອົບຮົມ ​ແລະ ​​ເປັນ​ທີ່​ປຶກສາ./.

ຂ່າວ/ບົດ​ອື່ນ