ນຳການພົວພັນ ຫວຽດນາມ - ການາດາ ພັດທະນາຂຶ້ນສູ່ລະດັບສູງໃໝ່

ນຳການພົວພັນ ຫວຽດນາມ - ການາດາ ພັດທະນາຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ
 ຟ້າ​ມບີ​ງມິ​ງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Ping Kitnikone
(ພາບ: VGP)

(vovworld) – ​ ວັນ​ທີ 07/02/2017 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Ping Kitnikone ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ກາ​ນາ​ດາ ປະຈຳ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ອວຍພອນ​ທ່ານ​ນາງ Ping Kitnikone ຮັບດຳລົງຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ ກາ​ນາ​ດາ ປະຈຳ ຫວຽດນາມ ຄົນ​ໃໝ່ ​ແລະ ຫວັງ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່​ຂອງ​ຕົນ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ Ping Kitnikone ຈະ​ພ້ອມ​ກັບ ຫວຽດນາມ ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ 2 ຝ່າຍ ​ເພື່ອ​ໃຫ້​ປີ 2017 ກາຍ​ເປັນປີ​ບານພັບ​​ໃນ​ການ​ຍົກ​ລະດັບ​ສາຍ​ພົວພັນ ຫວຽດນາມ - ກາ​ນາ​ດາ. ທ່ານ ຟ້າ​ມບີ​ງມິ​ງ ຢືນຢັນ​ວ່າ: 2 ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມືຫລາຍ​ຢ່າງ ​ແລະ ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຄວນ​ພະຍາຍາມ​ນຳ​ການ​ພົວພັນ 2 ຝ່າຍ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ພ້ອມ​ທັງ ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ກ່ວາ​ອີກ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ ​ແລະ ​ໂລກ.

        ສ່ວນ​ທ່ານ​ນາງ Ping Kitnikone ກໍ່ຢືນຢັນ​ວ່າ: ກາ​ນາ​ດາ ມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການພົວພັນ ​ແລະ ຕິດ​ພັນ​ກັບ​ພາກ​ພື້ນ ອາຊີ - ປາຊີ​ຟິກ ກ່ວາ​ອີກ, ຖື​ເປັນ​ສຳຄັນ​ບົດບາ​ດຂອງ ອາ​ຊຽນ ​ແລະ ປາດ​ຖະໜາ​ຢາກ​ຍູ​້​ແຮງ​ການ​ພົວພັນ, ​ຮ່ວມ​ມື​ກັບ ຫວຽດນາມ. ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ​ເລື່ອງ ຫວຽດນາມ ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ APEC 2017, ​ເວທີ​ປາ​ໄສ​ສຳຄັນ​ແຖວ​ໜ້າ​ໃຫ້ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ຈະ​ສ້າງ​ບັນດາ​ກາ​ລະ​ໂອກາດຮ່ວມ​ມື​ໃໝ່​ໃຫ້​ແກ່ 2 ປະ​ເທດ​ຕາມ​ທິດ​ຮອບດ້ານ, ມີ​ປະສິດທິ​ຜົນ, ​ແທດ​ຈິງ, ສະຖຽນ​ລະ​ພາບ ​ແລະ ຍາວ​ນານ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ