ນຳການພົວພັນ ຫວຽດນາມ - ໂອຕຣິດ ນັບມື້ນັບກ່າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ

(VOVWORLD) - ທີ່ການເຈລະຈາຈັດຂຶ້ນໃນຕອນບ່າຍວັນທີ 28 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ Alexander Schallenberg ໄດ້ຢັ້ງຢືນວ່າ ສອງປະເທດລ້ວນແຕ່ຖືເປັນສຳຄັນ ແລະ ຕັດສິນໃຈຍູ້ແຮງການຮ່ວມມືເພື່ອນຳການພົວພັນສອງຝ່າຍໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ
ນຳການພົວພັນ ຫວຽດນາມ - ໂອຕຣິດ ນັບມື້ນັບກ່າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ - ảnh 1ທ່ານ Alexander Schallenberg, ລັດຖະມົນຕີການຕ່າງປະເທດ ສ. ໂອຕຣິດ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ:Hải Đăng/ VOV Praha )

ໂດຍໄດ້ຮັບຄຳເຊີນຂອງທ່ານ Alexander Schallenberg, ລັດຖະມົນຕີການຕ່າງປະເທດ ສ. ໂອຕຣິດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢ້ຽມຢາມ ສ. ໂອຕຣິດ ຢ່າງເປັນທາງການແຕ່ວັນທີ 28-29 ກັນຍາ. ທີ່ການເຈລະຈາຈັດຂຶ້ນໃນຕອນບ່າຍວັນທີ 28 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ Alexander Schallenberg ໄດ້ຢັ້ງຢືນວ່າ ສອງປະເທດລ້ວນແຕ່ຖືເປັນສຳຄັນ ແລະ ຕັດສິນໃຈຍູ້ແຮງການຮ່ວມມືເພື່ອນຳການພົວພັນສອງຝ່າຍໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ; ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະທຸກຂັ້ນ, ຮັກສາບັນດາກົນໄກຮ່ວມມື ແລະ ເຈລະຈາທີ່ມີຢູ່ແລ້ວຄື: ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ ແລະ ການຄ້າ ຫວຽດນາມ - ໂອຕຣິດ… ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ລັດຖະບານ ໂອຕຣິດ ສະໜັບສະໜູນ, ຊຸກຍູ້ສະພາແຫ່ງຊາດ ໂອຕຣິດ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ, ພ້ອມທັງສະໜັບສະໜູນ EU ຍົກເລີກບັດເຫຼືອງສຳລັບການສົ່ງອອກສິນໃນນ້ຳຂອງ ຫວຽດນາມ, ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວລົງທຶນ - ດຳເນີນທຸລະກິດ, ການຄ້າສອງປະເທດບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ເມື່ອປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລັດຖະມົນຕີສອງທ່ານໄດ້ເຫັນດີສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງ ແລະ ເວທີປາໄສຫຼາຍຝ່າຍ, ພິເສດແມ່ນ ສປຊ ແລະ ຊຸກຍູ້ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - EU. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ແບ່ງປັນຫຼັກໝັ້ນກ່ຽວກັບການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະ ກົດບັດ ສປຊ, ເຄົາລົບ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982./.

ຕອບກັບ

ຂ່າວ/ບົດ​ອື່ນ