ນຳການພົວພັນຄູ່ຮ່ວມມືຍຸດ​ທະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ

(VOVWORLD) -ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ, ບັນລຸປະສິດທິຜົນໃນທຸກຂົງເຂດ
ນຳການພົວພັນຄູ່ຮ່ວມມືຍຸດ​ທະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ - ảnh 1ທີ່ການພົບປະເຈລະຈາ
(ພາບ: TTXVN)

        ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຜູ້ປະສານງານນະໂຍບາຍເສດຖະກິດ ສິງກະໂປ Heng Swee Keat ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 11 – 15 ກັນຍາ. ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ Heng Swee Keat.

        ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ, ບັນລຸປະສິດທິຜົນໃນທຸກຂົງເຂດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ເພີ່ມຂຶ້ນ, ການຮ່ວມມືເສດຖະກິດພັດທະນາຢ່າງບຸກທະລຸ. ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ສຸມໃສ່ແລກປ່ຽນທິດທາງຊຸກຍູ້ການຮ່ວມມືເສດຖະກິດຂອງ 2 ປະເທດໃຫ້ຫຼາຍກວ່າ; ເຫັນດີຮ່ວມມືຜັນຂະຫຍາຍບາງຂໍ້ລິເລີມລວມ ສຸມໃສ່ພະລັງງານສະອາດ, ການພັດທະນາແບບຍືນຍົງ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ…

        2 ຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາຄວາມຂາດສະຖຽນລະພາບໃນທົ່ວໂລກ ພາໄປເຖິງການສະໜອງຖືກຂາດວັກຂາດຕອນ; ເຫັນດີສົມທົບກັນຮັກສາຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດໃຈກາງຂອງບັນດາປະເທດໃນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ