ນຳ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ ແລະ ແທດ​ຈິງກວ່າ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນເຊົ້າວັນທີ 9 ກຸມພາ, ຢູ່ວັງ Istana, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob.
ນຳ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ ແລະ ແທດ​ຈິງກວ່າ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob (ພາບ: VOV)

ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ເນັ້ນໜັກວ່າ ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະກອບສ່ວນນຳການພົວພັນລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງເຂັ້ມແຂງ ແລະ ແທດຈິງກວ່າ.

        ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຈະສົ່ງເສີມໃຫ້ວິສາຫະກິດ ສິງກະໂປ ເປີດກວ້າງການພັດທະນາຢູ່ເຂດອຸດສາຫະກຳ VSIP ຕາມທິດສີຂຽວ, ອັດສະລິຍະ, ປະຢັດພະລັງງານ; ພ້ອມທັງຄົ້ນຄວ້າ, ເປີດກວ້າງເຂດອຸດສາຫະກຳ ຢູ່ທ້ອງຖິ່ນຕ່າງໆທີ່ຢູ່ໄກຈາກສູນກາງ, ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ພັດທະນາເຂດຕ່າງໆຢ່າງສະໝ່ຳສະເໝີ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍ ລົງນາມໃນຂໍ້ຕົກລົງຮ່ວມມືດ້ານແຮງງານລະຫວ່າງສອງປະເທດໂດຍໄວ.

        ການນຳສອງທ່ານເຫັນດີເປັນເອກະພາບ ສືບຕໍ່ເຮັດໃຫ້ບັນດາເສົາຄ້ຳຮ່ວມມື, ພິເສດແມ່ນດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ, ພະນັກງານຄຸ້ມຄອງ; ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ກະຕຸ້ນການທ່ອງທ່ຽວ; ຍູ້ແຮງການຍົກອອກຂໍ້ລິເລີ່ມກ່ຽວກັບການເຊື່ອມຕໍ່ການເດີນເຮືອ…

        ສອງຝ່າຍກໍໃຫ້ຄຳໝັ້ນສັນຍາ ຍູ້ແຮງການຮ່ວມມືໃນຂອບເຂດເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນ: ອາຊຽນ, ສປຊ; ເຫັນດີສືບຕໍ່ຮ່ວມມືກັນສ້າງປະຊາຄົມ ອາຊຽນ ພັດທະນາຢ່າງມີສະຖຽນລະພາບ, ສາມັກຄີ ແລະ ໝັ້ນຄົງເຂັ້ມແຂງ.

ຫວູຄວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ