ນຳການພົວພັນລະຫວ່າງຫວຽດນາມແລະຈີນພັດທະນາຢ່າງບໍ່ຢຸດຢັ້ງ

ນຳການພົວພັນລະຫວ່າງຫວຽດນາມແລະຈີນພັດທະນາຢ່າງບໍ່ຢຸດຢັ້ງ  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ເຈ​ລະ​ຈາກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫລີ​ເຄີ​ຊຽງ


 (vovworld)-​​ ​ຕອ​ນ​ບ່າຍ​ວັນ​ທີ 12/9, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ຮອດ ປັກ​ກີງ ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຈີນ ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈ​ລະ​ຈາກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫລີ​ເຄີ​ຊຽງ ພາຍ​ຫລັງ​ພິ​ທ​ີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ​ບັນ​ດາ​ທິດ​ທາງ ແລະ ມາດ​ຕະ​ການ​ໃຫຍ່ ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອ​ງ​ພັກ, ສອ​ງ​ລັດ​ໃຫ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ປະ​ຈຸ​ບັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ແລະ ຈີນ ຄວນ​ເພີ່ມ​ທະ​ວີ​ການ​ຊີ້​ນຳ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ ຈົ່ງຕັ້ງ​ຫນ້າໃນ​ການ​ແລກ​ປ່ຽນ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ​້​ຕິດ​ຂັດ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ໃຫ້​ພັດ​ທະ​ນາ​ຢ່າງ​ດຸ່ນ​ດ່ຽງ,ຍືນ​ຍົງ. ກ່ຽວ​ກັບ​ການ​ຮ່ວມ​ມື​ລົງ​ທຶນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ຈີນ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ, ເປັນ​ຕົ້ນ​ໃນ​ບັນ​ດາ​ຂົງ​ເຂດ​ກະ​ສິ​ກຳ ເຕັກ​ໂນ​ໂລ​ຊີ​ສູງ, ​ການປະ​ດິດ​ສ້າງ​ກົນ​ຈັກ, ອຸດ​ສາ​ຫະ​ກຳ​ສຳ​ຮອງ ແລະ​ອື່ນໆ.

ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ເຖິງ​ຫລັກ​ໝັ້ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ, ບໍ່​ປ່ຽນ​​ແປງຂອງ​ຫວຽດ​ນາມ ນັ້ນ​ແມ່ນ ຢຶດ​ໝັ້ນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວກ​ັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ເຄົາ​ລົບ​ວິ​ວັດ​ການ​ທາງ​ການ​ທູດ ແລະ ນິ​ຕິ​ກຳ. ຕໍ່​ຫນ້າ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ສະ​ພາບ​ການ​ຢູ່​ທະ​ເລ​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ: ສອງ​ຝ່າຍ​ເຄົາ​ລົບ​​ຢ່າງ​ເຂັ້ມ​ງວດບັນ​ດາ​ຂໍ້​ຕົກ​ລົງ ແລະ ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຊີ້​ນຳ​ໃນ​ການແກ້​ໄຂບັນ​ຫາ​ຢູ່​ທະ​ເລ”, ເຄົາ​ລົບ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກັນໃຫ້​ສອດ​ຄ່ອງ​ກັບ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ບໍ່​ໄດ້ເປີດກວ້າງ​ຄວາມ​ຂັດ​ແຍ້ງ, ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ບົນ​ທະ​ເລ​ເພື່ອ​ໃຫ້​ມີ​ຄວາມ​ຄືບ​ຫນ້າ​ແທດ​ຈິງ​ໂດຍ​ໄວ, ແກ​້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ອາ​ຊີ​ບ​ຫາ​ປາ​ຢ່າງ​ສົມ​ເຫດ​ສົມ​ຜົນ, ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ປະ​ຕິ​ບັດ​ຖະ​ແຫລງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ (DOC) ຢ່າງ​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ, ​ສ້າງ​ສຳ​ເລັດ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ ໃນ​ປ​ີ 2017 ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 15 ປີ​ແຫ່ງວັນ​ລົງ​ນາມ DOC.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫລີ​ເຄ​ີ​ຊຽງ ຢືນ​ຢັນ: ຈີນ​ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ເປັນ​ສຳ​ຄັນ, ​ຢຶດ​ໝັ້ນ​ທິດ​ນຳ ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ, ສະ​ຖຽນ​ລະ​ພາບ​ຍາວ​ນານ​ກັບ​ຫວຽດ​ນາມ, ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ຫວຽດ​ນາມ ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລເປັນ​ຢ່າງ​ດີ, ຮັກ​ສາ​ການ​ພົວ​ພັນ​ຈີນ -ຫວຽດ​ນາມ ແລະ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ.

ພາຍ​ຫລັງ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ ໄດ້​ເປັນ​ສັກ​ຂີພິ​ຍານ​ພິ​ທີ​ລົງ​ນາມ​ໃນ ເອ​ກະ​ສານ​ຮ່ວມ​ມື 9 ສະ​ບັບ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ສຶກ​ສາ.

ຕອບກັບ

ຂ່າວ/ບົດ​ອື່ນ